spot_img
Homeຂ່າວທ້ອງຖິ່ນທາງດ່ວນວຽງຈັນ-ວັງວຽງ ສໍາເລັດປະມານ 90% ຄາດຈະເປີດນໍາໃຊ້ໃນວັນທີ 2 ທັນວານີ້

ທາງດ່ວນວຽງຈັນ-ວັງວຽງ ສໍາເລັດປະມານ 90% ຄາດຈະເປີດນໍາໃຊ້ໃນວັນທີ 2 ທັນວານີ້

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງ ແມ່ນໄດ້ເລີ່ມລົງມືກໍ່ສ້າງນັບແຕ່ ວັນທີ 30 ທັນວາ 2018 ມາຮອດປັດຈຸບັນແມ່ນສໍາເລັດປະມານ 90% ແລະ ຄາດວ່າຈະເປີດການນໍາໃຊ້ຢ່າງເປັນທາງການໃນວັນທີ 2 ທັນວາ 2020 ເຊິ່ງກົງກັບວັນຊາດຂອງ ສປປ ລາວ ຄົບຮອບ 45 ປີ.

ທາງດ່ວນວຽງຈັນ-ວັງວຽງ ມີຄວາມຍາວທັງໝົດ 109 ກິໂລແມັດ, ກວ້າງ 23 ແມັດ, ຖືກອອກແບບຕາມມາດຕະຖານທາງດ່ວນ ຂອງ ສປ ຈີນ, ມີ 4 ຊ່ອງທາງຈະລາຈອນ, ມີ 2 ແລວ ໄປ-ກັບ ຜ່ານ 4 ເມືອງ ນັບແຕ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ເມືອງໂພນໂຮງ, ຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ; ຄວາມໄວອອກແບບແມ່ນ 80-100 ກິໂລແມັດ/ຊົ່ວໂມງ, ມີວົງວຽນຈຸດເຊື່ອມຕໍ່ເຂົ້າ-ອອກ 7 ຈຸດ, ມີອຸໂມງ 1 ແຫ່ງ (ເຂດພູພະນັງ), ມີຂົວຂ້າມທັງໝົດ 34 ແຫ່ງ ເຊິ່ງປະກອບດ້ວຍຂົວຂ້າມທາງ ເລກທີ 13 ເໜືອ 3 ຈຸດ, ຂ້າມທາງລົດໄຟ 4 ຈຸດ ແລະ ຂ້າມທາງເຂົ້າບ້ານທົ່ວໄປ 23 ຈຸດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...