spot_img
Homeຂ່າວຕ່າງປະເທດທະຫານໄທສະກັດຈັບຍິງ ລາວ-ໄທ 5 ຄົນ ລັກລອບຂ້າມແດນຈາກມຽນມາ ຍ້ອນຖືກຕັດໄຟຟ້າ-ອິນເຕີເນັດ

ທະຫານໄທສະກັດຈັບຍິງ ລາວ-ໄທ 5 ຄົນ ລັກລອບຂ້າມແດນຈາກມຽນມາ ຍ້ອນຖືກຕັດໄຟຟ້າ-ອິນເຕີເນັດ

Published on

ທະຫານໄທສະກັດຈັບຍິງ ລາວ-ໄທ 5 ຄົນ ລັກລອບຂ້າມແດນຈາກມຽນມາ ຍ້ອນຖືກຕັດໄຟຟ້າ-ອິນເຕີເນັດ

ເມື່ອວັນທີ 18 ກຸມພາ 2025 ເຈົ້າໜ້າທີ່ທະຫານໜ່ວນສະເພາະກິດຈັງຫວັດຕາກ ໄດ້ອອກລາດຕະເວນບໍລິເວນ ບ້ານເງົາໄຜ່ ໝູ່ 11 ຕຳບົນຊ່ອງແຄບ ອຳເພີພົບພະ ເພື່ອປ້ອງກັນການລັກລອບເຂົ້າເມືອງຜິດກົດໝາຍ ຕາມນະໂຍບາຍຂອງລັດຖະບານໄທ ທີ່ສຸມໃສ່ການກຳຈັດແກັງ Call Center ແລະຂະບວນການຄ້າມະນຸດ.

Matichon

ລະຫວ່າງການລາດຕະເວນ ເຈົ້າໜ້າທີ່ພົບບຸກຄົນຖືກສົງໄສ ເປັນຜູ້ຍິງຈຳນວນ 5 ຄົນ ລັກລອບເຂົ້າໄທຜ່ານຊ່ອງທາງທຳມະຊາດ ບໍລິເວນທ່າເງົາໄຜ່ ປະກອບດ້ວຍ:

– ນາງ ແຟນ ອາຍຸ 20 ປີ (ສັນຊາດລາວ)

– ນາງ ຕະວັນ ອາຍຸ 20 ປີ (ສັນຊາດລາວ)

– ນາງ ມາລິນາ ອາຍຸ 27 ປີ (ສັນຊາດລາວ)

– ນາງ ອາພາສິນີ ອາຍຸ 22 ປີ (ສັນຊາດໄທ)

– ນາງ ມໍລະກົດ ອາຍຸ 25 ປີ (ສັນຊາດໄທ)

ຈາກການສອບສວນ ຍິງທັງ 5 ຄົນໃຫ້ການວ່າ ສະໝັກໃຈຂ້າມແດນໄປທຳງານ ໃນພື້ນທີ່ເສດຖະກິດພິເສດຈີນໄຫ່ສາງ ຝັ່ງກົງຂ້າມກັບ ບ້ານຊ່ອງຂ້າມ ໝູ່ 1 ຕຳບົນຊ່ອງແຄບ ອຳເພີພົບພະ. ໂດຍເຮັດວຽກໃນຮ້ານເຮັດເລັບ, ຮ້ານອາຫານ ແລະ KTV.

Matichon

ແນວໃດກໍຕາມ ພວກເຂົາຕັດສິນໃຈລັກລອບກັບມາ ເນື່ອງຈາກມາດຕະການຂອງທາງການໄທ ທີ່ຕັດໄຟຟ້າ ແລະ ອິນເຕີເນັດ ສົ່ງຜົນໃຫ້ການດຳລົງຊີວິດເປັນໄປໄດ້ຢ່າງຍາກລຳບາກ.

ເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ຄວບຄຸມຕົວຍິງທັງ 5 ຄົນ ໃຫ້ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງດຳເນີນຄະດີຕໍ່ໄປ.

 

ທີ່ມາ: Matichon

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...