spot_img
Homeຂ່າວທ້ອງຖິ່ນທະນາຄານແຫ່ງ ສປປ ລາວ ຈະໃຊ້ 5 ມາດຕະການເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ທະນາຄານແຫ່ງ ສປປ ລາວ ຈະໃຊ້ 5 ມາດຕະການເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ຕໍ່ກັບບັນຫາສະພາບເງິນກີບອ່ອນຄ່າ ແລະ ອັດຕາເງິນເຟີ້ ທາງຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ໃນອາທິດທີ່ຜ່ານມາ ລະບຸແຈ້ງ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ຊຶ່ງຖ້າໄລ່ລຽງຕາມການຊີ້ແຈງຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ສັງລວມ ບາງເນື້ອໃນສໍາຄັນ ດັ່ງນີ້:

1. ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ບຸກຄົນ ຫລື ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫລ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາ ເປັນຕົ້ນ ການປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ-ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ການບໍລິການທີ່ປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ.

2. ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂ ເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫລຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງ ໃນອັດຕາສ່ວນທີ່ຫຼາຍ.

3. ສືບຕໍ່ປະສານຂໍຄວາມຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນ ເຂົ້າ-ອອກປະເທດ ໃຫ້ໄດ້ດີຍິ່ງຂຶ້ນ.

4. ຈະປະສານສົມທົບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸນດ່ຽງງົບປະມານ.

5. ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິ ກັບພາກສ່ວນທີ່ຮັບຜິດຊອບ ເປັນຕົ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະຖຽນລະພາບທາງດ້ານລາຄາ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ.

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງລະບຸອີກວ່າ: ເນື່ອງຈາກວ່າສະພາບຄວາມຫຍຸ້ງຍາກທາງດ້ານເງິນຕາຕ່າງປະເທດ ແລະ ສ່ວນຕ່າງອັດຕາແລກປ່ຽນ ທີ່ແມ່ນໝາກຜົນຈາກສະພາບພື້ນຖານເສດຖະກິດຂອງປະເທດເຮົາ ແມ່ນບໍ່ສາມາດຈະແກ້ທີ່ປາຍເຫດໃນມື້ໜຶ່ງຍາມດຽວໄດ້. ໃນ 6 ເດືອນຕົ້ນປີ 2020, ຈາກສະພາບລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ-ສັງຄົມທົ່ວໂລກ, ຍິ່ງທ້າທາຍໃນການຮັກສາສະເຖຍລະພາບເງິນຕາແຫ່ງຊາດຂອງລາວ ຢ່າງໜັກໜ່ວງຂຶ້ນຕື່ມອີກ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...