spot_img
Homeຂ່າວຕ່າງປະເທດທຣໍ້າ ກຽມອອກກົດລະບຽບສື່ມວນຊົນ

ທຣໍ້າ ກຽມອອກກົດລະບຽບສື່ມວນຊົນ

Published on

ປະທານາທິບໍດີສະຫະລັດອາເມລິກາ ຈະອອກກົດ ແລະ ແນວທາງການປະຕິບັດ ສໍາລັບນັກຂ່າວທຸກສໍານັກຂ່າວ ໃຫ້ມີການປະພຶດປະຕິບັດຢ່າງເໝາະສົມ ໂດຍສະເພາະການຕັ້ງຄໍາຖາມ ໃນລະຫວ່າງທີ່ເຂົ້າຮ່ວມງານຖະແຫຼງຂ່າວໃນທໍານຽບຂາວ ຫຼັງຈາກທີ່ເກີດເຫດການໂຕ້ຖ້ຽງກັບນັກຂ່າວຂອງ CNN ພ້ອມກ່າວຢໍ້າຫາກຜູ້ໃດບໍ່ປະຕິບັດຕາມ  ສາມາດໄປຕໍ່ໍສູ້ກັນໃນສານ ແລະ ທໍານຽບຂາວ.

ພາຍຫຼັງເກີດເຫດການເມື່ອວັນທີ 6 ພະຈິກ 2018, ທຣໍ້າສັ່ງເຈົ້າໜ້າທີ່ໄປປົດໄມ ແລະ ຍຶດບັດນັກຂ່າວຂອງ ຈິມ ອາຄອສຕາຫົວໜ້ານັກຂ່າວ CNN ປະຈໍາທໍານຽບຂາວ ດ້ວຍຂໍ້ຫາຕັ້ງຄໍາຖາມເລື່ອງ: “ຜູ້ອົບພະຍົບຈາກອາເມຣິກາກາງ”. ຈາກນັ້ນ, ນັກຂ່າວຫຼາຍສໍານັກຂ່າວ ພາກັນຟ້ອງ ທຣໍ້າວ່າ: “ລະເມີດສິດທິນັກຂ່າວໃນການຕັ້ງຄໍາຖາມ” ແລະ ອີກຫຼາຍສໍານັກຂ່າວໄດ້ໃຫ້ການສະໜັບສະໜູນສໍານັກຂ່າວ CNN.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍໍຊິງຕັນ ສະຫະລັດອາເມລິກາ ໃນວັນທີ 18 ພະຈິກ 2018 ວ່າ: “ທຣໍ້າ ປະທານາທິບໍດີສະຫະລັດອາເມລິກາ ຮ່ວມກັບທີມງານກໍາລັງອອກຂໍ້ກໍານົດກົດເກນ ແລະ ແນວທາງການປະຕິບັດງານ ສຳຫຼັບການຕັ້ງຄໍາຖາມຂອງບັນດານັກຂ່າວຈາກທຸກສໍານັກ ໃນຂະນະທີ່ຖະແຫຼງຂ່າວຢູ່ທໍານຽບຂາວ ແລະ ທຸກຄົນຕ້ອງຢູ່ພາຍໃຕ້ກົດລະບຽບດຽວກັນ ເພື່ອຄວາມສະເໝີພາບ ແລະ ທັງເປັນການຮັກສາມາລະຍາດ ການໃຫ້ກຽດເຄົາລົບເຊິ່ງກັນ ແລະ ກັນ”.

ທຣໍ້າກ່າວວ່າ: “ນັກຂ່າວທຸກຄົນຄວນໄດ້ຮັບໂອກາດຢ່າງທົ່ວເຖິງໃນການຕັ້ງຄໍາຖາມ ໂດຍບໍ່ມີແຕ່ຄົນໜຶ່ງຖາມຄໍາຖາມໄດ້ຢ່າງຕໍ່ເນື່ອງ ແລະ ເປິດໂອກາດໃຫ້ກັບຄົນອື່ນ ເຊິ່ງສະທ້ອນໃຫ້ເຫັນວ່າທໍານຽບຂາວຕ້ອງການປົກປ້ອງເສລີພາບຂອງສື່ມວນຊົນເຊັ່ນກັນ ຫາກຜູ້ໃດບໍ່ປະຕິບັດຕາມ  ສາມາດໄປຕໍ່ໍສູ້ກັນໃນສານ ແລະ ທໍານຽບຂາວ ຫຼື ຈະຢຸດຕິການຖະແຫຼງຂ່າວໃນຂະນະທີ່ຍັງດໍາເນີນຢູ່ ເຊັ່ນດຽວກັນກັບເຈົ້າໜ້າທີ່ຄົນອື່ນຂອງທໍານຽບຂາວສາມາດຍົກເລີກສົນທະນາກັບນັກຂ່າວໄດ້ທັນທີ”.

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ແຫຼ້ງຂໍ້ມູນຈາກ:.dailynews.co.th

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...