spot_img
Homeຂ່າວຕ່າງປະເທດຖະໜົນຍຸບຕົວກາງນະຄອນອອດຕາວາ ປະເທດການາດາ

ຖະໜົນຍຸບຕົວກາງນະຄອນອອດຕາວາ ປະເທດການາດາ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນອອດຕາວາ ປະເທດການາດາ ເມື່ອວັນທີ 9 ມິຖຸນາ 2016ທີ່ຜ່ານມາວ່າ ເຈົ້າໜ້າທີ່ເທສະບານຂອງນະຄອນຫຼວງອອດຕາວາເມືອງຫຼວງຂອງການາດາ ເປີດເຜີຍວ່າ ເມື່ອວັນພຸດທີ່ຜ່ານມາເກີດມີຫຼຸມຂະໜາດໃຫຍ່ກາງຖະໜົນໄຣໂດຕັດກັບຖະໜົນຊັສເຊກ ຕິດກັບສີ່ແຍກຂະໜາດໃຫຍ່ໃຈກາງເມືອງ ແລະ ຍັງຢູ່ໃກ້ກັບອາຄານສະພາແຫ່ງຊາດອີກດ້ວຍ ແຕ່ໂຊກດີທີ່ບໍ່ມີຄົນບາດເຈັບ.

ເຈົ້າໜ້າທີ່ເທສະບານໄດ້ສັ່ງໃຫ້ອົບພະຍົບປະຊາຊົນໃນອາຄານໃກ້ຄຽງ ເພາະໄດ້ກິ່ນແກັສຮົ່ວແຕ່ຕອນນີ້ກໍ່ສາມາດອຸດຕັນຮອຍຮົ່ວໄວ້ໄດ້ແລ້ວ ສຳລັບອາຄານທີ່ສັ່ງອົບພະຍົບໄດ້ແກ່ຫ້າງໄຣໂດ, ເວສອິນ ອອດຕາວາ ແລະ ສູນປະຊຸມຊໍວ໌ເຊັນເຕີ ຮວມເຖິງຮ້ານຂາຍໜັງສືອີກຮ້ານໜຶ່ງ.

ເຈົ້າໜ້າທີ່ຍັງພົບວ່າມີນ້ຳຮົ່ວໄຫຼໃນຫຼຸມຍຸບອີກດ້ວຍ ແຕ່ຕໍ່ມາໄດ້ປີດທໍ່ນ້ຳປາປາໄວ້ແລ້ວ ແລະ ຕັດກະແສໄຟຟ້າໃນພື້ນທີ່ດັ່ງກ່າວ ທ່ານ ຈິມ ວັດສັນ ນາຍົກເທດສະມົນຂອງນະຄອນຫຼວງອອດຕາວາ ກ່າວວ່າ ມີບາງສ່ວນຂອງຖະ ໜົນທີ່ກຳລັງຢູ່ໃນລະຫວ່າງການກໍ່ສ້າງ ເພື່ອເຮັດອຸໂມງໄຟຟ້າຂະໜາດເບົາ ແຕ່ກໍ່ຍັງໄວເກີນໄປທີ່ຈະສະຫຼຸບວ່າ ການກໍ່ສ້າງດັ່ງກ່າວເປັນສາເຫດທີ່ເຮັດໃຫ້ເກີດຫຼຸມຍຸບ.

ຂ່າວຈາກ:​http://www.dailynews.co.th/foreign/501622

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...