spot_img
Homeຂ່າວການພັດທະນາຕຳຫລວດຈະລາຈອນ ນ.ວ ງັດໄມ້ເດັດ! ເພີ່ມຄ່າປັບໃໝສິບເທົ່າຕົວ ຈອດລົດຊະຊາຍເຂດຕ້ອງຫ້າມ!

ຕຳຫລວດຈະລາຈອນ ນ.ວ ງັດໄມ້ເດັດ! ເພີ່ມຄ່າປັບໃໝສິບເທົ່າຕົວ ຈອດລົດຊະຊາຍເຂດຕ້ອງຫ້າມ!

Published on

ພະ​ແນກ​ຕຳຫຼວດ​ຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ໄດ້​ເອົາ​ຈິງເອົາ​ຈັງ​ຕໍ່​ຜູ້​ຂັບ​ຂີ່​ທີ່​ລະເມີດ​ກົດ​ລະບຽບ​ຈະລາຈອນ ໂດຍ​ສະເພາະແມ່ນ​ການ​ຈອດ​ລົດ​ຊະຊາຍ ຈອດລົດ​ຢູ່​ເຂດ​ຕ້ອງ​ຫ້າມ (ມີ​ປ້າຍຫ້າມ) ເຊິ່ງ​ຜູ້​ທີ່​ລະເມີດ​ແມ່ນ​ຈະຖືກ​ປັບ​ໃໝ​ສິບ​ເທົ່າ​ຕົວ​ຂອງ​ມູນຄ່າ​ການ​ປັບ​ ໃໝ ​ຕາມ​ມາດຕາ 14 ຄື: ລົດຈັກ 30.000 ກີບ ຄູນ 10 ເທົ່າ​ກັບ 300.000 ກີບ ລົດ​ສາມລໍ້​ຕິດ​ເຄື່ອງ​ຈັກ 50.000 ກີບ ຄູນ 10 ເທົ່າ​ກັບ 500.000 ກີບ ລົດເບົາ ລົດ​ເກງ ກະບະ ຈິບ ແລະ ລົດ​ຕູ້ 70.000 ກີບ ຄູນ 10 ເທົ່າກັບ 700.000 ກີບ ລົດ​ໂດຍສານ 4 ລໍ້ 100.000 ກີບ ຄູນ 10 ເທົ່າກັບ 1.000.000 ກີບ ລົດ​ບັນທຸກ 6 ລໍ້ 150.000 ກີບ ຄູນ 10 ເທົ່າກັບ 1.500.000 ກີບ ແລະ ລົດບັນທຸກ 10 ລໍ້​ຂຶ້ນ​ໄປ 200.000 ກີບ ຄູນ 10 ເທົ່າ​ກັບ 2.000.000 ກີບ.

ການ​ລົງ​ປະຕິບັດ​ກົດ​ລະບຽບຈະລາຈອນ​ຂອງ​ເຈົ້າ​ໜ້າທີ່ ກໍ່ເພື່ອ​ປະຕິບັດ​ຕາມ​ມະຕິ​ຕົກລົງຂອງ​ອົງການ​ປົກຄອງ​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ແຜນ​ວຽກງານ ແລະ ມາດ​ຕະ​ການຈັດຕັ້ງປະຕິບັດ​ໂຄງການ​ວຽງ​ຈັນ​ສະອາດ​ໄລຍະ​ສະເພາະ​ໜ້າ ແລະ ຮອດ​ປີ 2020 ທັງ​ນີ້​ກໍ່​ເພື່ອ​ເຮັດໃຫ້ການ​ສັນຈອນ​ໄປ​ມາ​ຕາມ​ເສັ້ນທາງ​ຕ່າງໆ ເວົ້າ​ລວມ ເວົ້າ​ສະເພາະແມ່ນ​ເສັ້ນທາງ​ຢູ່ 4 ເມືອງ ໃນ​ມີ​ຄວາມ​ຄ່ອງ​ຕົວ​ໄລຍະ​ເວລາໂມງ​ເຂົ້າ​ການ-ເລີກ​ການ ແລະ ຫຼີກ​ຫຼ່ຽງ​ຈາກ​ບັນຫາ​ການ​ເກີດ​ອຸບັດ​ຕິ​ເຫດ ສະນັ້ນ ມັນ​ຈຶ່ງ​ຮຽກຮ້ອງທຸກ​ຄົນ​ທົ່ວ​ສັງຄົມ​ຈົ່ງ​ມີ​ສະຕິ ແລະ ເປັນ​ເຈົ້າ​ການ​ນຳ​ກັນ ​ໃນການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ​ທີ່​ເຈົ້າ​ໜ້າທີ່​ກຳນົດ​ໄວ້​ຢ່າງເຄັ່ງ​ ຂັດ ເພື່ອ​ເປັນ​ການ​ຫຼຸດຜ່ອນບັນຫາ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ຢູ່​ຕາມຖະໜົນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...