ຕັດສິນຈຳຄຸກ ຜູ້ຄ້າຂາຍຢາເສບຕິດ

jone (1)

ເມື່ອ​ຕົ້ນ​ມາ​ທິດ​ນີ້, ສານ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ​ໄດ້​ຕັດ​ສີນ​ລົງ​ໂທດ​ທ້າວ ພູ​ປະ​ເສີດ(​ໂອ​ເລ້)ອາຍຸ 25 ປີ​ຢູ່​ບ້ານ​ວຽງ​ສະຫວັນ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ຈຳຄຸກ​ເປັນ​ເວລາ 6 ປີ, ພ້ອມ​ປັບ​ໃໝ 10 ລ້ານ​ກວ່າ​ກີບ,​ ໃນ​ຂໍ້​ຫາ​ຄ້າ​ຂາຍ​ຢາ​ເສບ​ຕິດ, ໂດຍ​ທ້າວ ພູ​ປະ​ເສີດ ຖືກ​ເຈົ້າ​ໜ້າ​ທີ່​ຈັບ​ຕົວ​ໄດ້​ເມື່ອ​ຕົ້ນ​ປີ 2014 ​ໃນຮ້ານ​ເກ​ມ​ແຫ່ງ​ໜຶ່ງຢູ່​ເຂດ​ບ້ານ​ສີ​ບຸນ​ເຮືອງ​ທົ່ງ,​ ເມືອງ​ສີ​ໂຄດ​ຕະບອງ, ນະຄອນຫລວງ​ວຽງ​ຈັນ, ພ້ອມ​ຂອງ​ກາງ​ຢາ​ບ້າ 10 ​ເມັດ, ​ເຈົ້າ​ໜ້າ​ທີ່ ​ໃຫ້​ຮູ້​ວ່າ:ຜູ້ກ່ຽວ​ພົວພັນ​ກັບ​ຢາ​ເສບ​ຕິດ​ມາ​ແຕ່​ປີ 2013 ​ແລະ ​ເຄີຍ​ຕ້ອງ​ໂທດ​ມາ​ແລ້ວ​ໜຶ່ງຄັ້ງ​ເປັນ​ເວລາ 3 ປີ​ຍ້ອນ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ.

 

ຂອບໃຈຂ່າວຈາກ: ລາວພັດທະນາ