Homeສຸຂະພາບ ແລະ ສີ່ງແວດລ້ອມໝາກສີດາ ແກ້ເຈັບທ້ອງ ຖອກທ້ອງ

ໝາກສີດາ ແກ້ເຈັບທ້ອງ ຖອກທ້ອງ

Published on

ฝรั่ง

ໝາກສີດາ ເປັນ​ອີກ​ໜຶ່ງ​ຫມາກໄມ້​ທີ່​ຫາ​ຊື້​ງ່າຍ ແລະ​ ລາ​ຄາ​ບໍ່​ແພງ ແຕ່​ອຸດົມ​ໄປ​ດ້ວຍ  ​ວິ​ຕາ​ມິນ​ຊີ ແລະ ​ຄຸນຄ່າ​ທາງ​ອາຫານ​ອີກ​ຫລວງຫລາຍ ນອກ​ຈາກ​ຈະ​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​ແລ້ວ ຍັງ​ສາມາດ​ໃຊ້​ເປັນ​ຢາ​ປິ່ນປົວ​ອາການ​ຕ່າງໆ​ໄດ້ນໍາ​ອີກ​ ໄປ​ເບິ່ງ​ກັນ​ດີກວ່າ​ວ່າ ໝາກສີດາ ຈະ​ມີ​ສັບພະຄຸນ​​ໃຊ້​ປິ່ນປົວ​ອາການ​ຫຍັງ​ໄດ້​ແນ່

ໝາກສີດາ ມີ​ສານ​ແທນ​ນິນ​ຢູ່​ຫລາຍ ສານ​ນີ້​ ມີ​ລິດ​ຝາດ ​ນ້ຳ​ມັນ​ຫອມ​ລະ​ເຫຍ​ໃນ​ໃບສີດາ ສານ​ແທນ​ນິນ ​ໃນ ໝາກສີດາ ຍັງ​ຫລຸດ​ການ​ລຸ​ກລາມ​ຂອງ​ເຊື້ອ​ພະຍາດ ຊ່ວຍ​ປິ່ນປົວ​ທ້ອງ ​ແລະ ​ລຳ​ໄສ້ ໂດຍ​ຊ່ວຍ​ຫລຸດ​ອາການ​ອັກ​ເສບ​ຂອງ​ ກະເພາະ​ລຳ​ໄສ້ ແລະ ​ຊ່ວຍ​ຫລຸດ​ອາການ​ປຸ້ນທ້ອງ​ຮາກ ແລະ ​ຍັງ​ຊ່ວຍ​ອາການ​ຈັງ​ໂຕ​ຂອງ​ລຳ​ໄສ້ ເຮັດໃຫ້​ອາການ​ເຈັບທ້ອງ​ບັນ​ເທົາ​ລົງ​ໄດ້ ແກ້​ປວດ​ເບັ່ງ

ໃບ ແກ້​ເຈັບທ້ອງ ຖອກທ້ອງ​ ເປັນ​ຢາ​ຫ້າມ​ເລືອດ ໃຊ້​ໃບ 2-3 ໃບ​ຫຍ້ຳ​ໆ ລະ​ງັບ​ກິ່ນ​ປາກ ແກ້​ຝີ ເປັນ​ຢາ​ລ້າງ​ບາດແຜ ດູດ​ໜອງ​ ແລະ ​ຖອນ​ພິດ​ບາດບາດແຜ ແກ້​ເຫືອກ​ບວມ ແກ້​ພິດ​ຊຳເຮື້ອ ແກ້​ປວດ​ເນື່ອງ​ຈາກ​ເລັບ​ສັກ ແກ້​ແພ້​ຍຸງ

ໝາກສີດາອ່ອນ ​ ແກ້​ເຈັບທ້ອງ​ ຖອກທ້ອງ​ ລະ​ງັບ​ກິ່ນ​ປາກ ມີ​ໄວ​ຕາ​ມິນ​ຊີ​ຫລາຍ ເປັນ​ກັນ ​ຫລື ​ແກ້​ພະຍາດ​ເລືອດ​ອອກ​ຕາມ​ເຫງືອກ​ແຂ້ວ ບຳ​ລຸງ​ເຫງືອກ ​ແລະ ​ແຂ້ວ ບຳ​ລຸງ​ຜິວ​ພັນ

ໝາກ​ສຸກ ​ ມີ​ສານ​ເພັກ​ຕິນ​ຢູ່​ຫລາຍ ໃຊ້​ກິນ​ເປັນ​ຢາ​ລະບາຍ​ໄດ້

ຮາກ ແກ້​ນ້ຳ​ເຫລືອງ​ ເປັນ​ຝີ ບາດແຜ​ໂພງ ແກ້​ເລືອດ​ດັງໄຫລ

ວິທີ​ ແລະ ​ປະລິມານ​ທີ່​ໃຊ້

  1. ໃຊ້ ໝາກສີດາ ແກ້​ເຈັບທ້ອງ​ ຖອກທ້ອງ​

ວິທີ​ທີ່ 1 ກິນ​ສົດ

ໃຊ້​ສ່ວນ​ທີ່​ເປັນ​ຍອດ​ອ່ອນໆ 7 ຍອດ ຄ່ອຍ​ໆ ຫຍ້ຳ​ໃຫ້​ລະອຽດ​ເທື່ອລະ​ໜ້ອຍ ຄ່ອຍ​ໆ ກືນ ແລ້ວ​ດື່ມ​ນ້ຳ​ໃສ່ ຖ້າ​ຫຍ້ຳ​ເທື່ອລະ​ຫລາຍ​ໆ ຈະ​ຮູ້ສຶກ​ຝາດ​ຂົມ ຖ້າ​ຫຍ້ຳ​ກັບ​ເກືອ​ໜ້ອຍໜຶ່ງ ຈະ​ຊ່ວຍ​ໃຫ້​ກິນງ່າຍ​ຂຶ້ນ
ວິທີ​ນີ້​ໄດ້​ຜົນ​ຫລາຍ ເພາະ​ກິນ​ທັງ​ນ້ຳ​ ແລະ ​ຊີ້ນຂອງ​ໃບ ໝາກສີດາ ຈົນ​ໝົດ ໄດ້​ໂຕ ຢາ​ຄົບ​ຖ້ວນ ອາດ​ກິນໝາກ​ດິບ ເທື່ອ​ລະ 1-2 ໝາກ ໂດຍ​ຫຍ້ຳ​ກ່ອນ​ຄ່ອຍ​ກືນ​ກໍ​ໄດ້

ວິທີ ​ທີ່ 2 ຕົ້ມ​ດື່ມ

ໃຊ້​ໃບ ​5-10 ໃບ ຫລື ​ເປືອກ​ຕົ້ນ​ສົດໆ 1 ຝ່າ​ມື ໃສ່​ນ້ຳ 2 ຖ້ວຍ​ ຕົ້ມ​ຝົດປະມານ 5 -30 ນາ​ທີ ຄົນ​ໃຫ້​ເຫລືອ 1 ຖ້ວຍ ກິນເທື່ອ​ລະ​ 1 ຈອກ ມື້​ລະ 2 ເທື່ອ​ດື່ມ​ຕາມ​ອາການ​ໜັກ​ເບົາ ເວລາ​ດື່ມ​ຕື່ມ​ເກືອ​ໜ້ອຍໜຶ່ງ​ເຮັດໃຫ້​ດື່ມ​ງ່າຍ​ຂຶ້ນ

ວິທີ ​ທີ່ 3 ແຊ່ນ້ຳ​ຮ້ອນ​ດື່ມ

ເອົາ​ຍອດ ໝາກສີດາ 7 ຍອດ ຫລື ​ໃບ ສີດາ 6-10 ໃບ ແຊ່ກັບ​ນ້ຳ​ຮ້ອນ 2 ຈອກ ປິດ​ຝາ​ໄວ້ 15-20 ນາ​ທີ ດື່ມ​ເທື່ອ​ລະ 1 ຈອກ ດື່ມ​ເລື້ອຍໆ

ວິທີ ​ທີ່ 4 ຕົ້ມ​ບີບ​ເອົານ້ຳ

ເອົາ​ໃບ ໝາກສີດາ 6-10 ໃບ ຕໍາ​ໃຫ້​ລະອຽດ ປະສົມ​ນ້ຳ​ຕົ້ມ 3-5 ບ່ວງ​ ຕົ້ມ​ໃຫ້​ເຂົ້າ​ກັນ ກັ່ນຕອງ​ດ້ວຍ​ຜ້າ​ຂາວ ເອົາ​ນ້ຳ​ປະສົມ​ເກືອ​ໜ້ອຍໜຶ່ງ​ດື່ມ​ຈົນ​ໝົດ
ວິທີ ​ທີ່ 5 ບົດ​ຜົງ​ກິນ

ໃຊ້​ໝາກສີດາ ທີ່​ເກືອບ​ແກ່ ຊອຍ​ເປັນ​ແຜ່ນ​ບາງໆ ຕາກ​ແຫ້ງ​ບົດ​ເປັນ​ຜົງ ກິນ​ເທື່ອ​ລະ 1ບ່ວງ​ໂດຍ​ປະສົມ​ນ້ຳ ວິທີ​ນີ້​ລົດ​ຊາດ​ດີ​ເດັກນ້ອຍ​ດື່ມ​ໄດ້​ງ່າຍ

  1. ໃຊ້​ເປັນ​ຢາ​ຫ້າມ​ເລືອດ

ໃຊ້​ໃບ​ສົດ​ລ້າງ​ນ້ຳ​ໃຫ້​ສະ​ອາດ ຕຳ​ໃຫ້​ລະອຽດ​ທາບາດ​ແຜ​ທີ່​ມີ​ເລືອດ​ອອກ ເລືອດ​ຈະ​ຢຸດ

  1. ຊ່ວຍ​ລະ​ງັບ​ກິ່ນ​ປາກ

ໃຊ້​ໃບ​ສົດ 3-5 ໃບ ຫຍໍ້າ ແລະ ​ຄາຍ​​ຖິ້ມ

  1. ເປັນ​ຢາ​ກັນ ​ຫລື ​ແກ້​ພະຍາດ​ ໝາກສີດາ ມີ ​ໄວ​ຕາ​ມິນ​ຊີ​ຫລາຍ

ໃຊ້​ໝາກໃຫຍ່​ເຕັມ​ທີ່​ແຕ່​ບໍ່​ສຸກ ກິນເປັນ​ຫມາກໄມ້ ຈະ​ເປັນ​ຫມາກໄມ້​ທີ່​ຊ່ວຍ​ບຳ​ລຸງ​ເຫງືອກ ​ແລະ ​ແຂ້ວ ຊ່ວຍຫ​ລຸດ​ນ້ຳ​ຕານ​ໃນ​ເລືອດ ປິ່ນປົວ​ທ້ອງ​ລຳ​ໄສ້​ບໍ່​ໃຫ້​ອືດ ຊ່ວຍ​ ບຳ​ລຸງ​ຜິວ​ພັນ ຄົົນທີ່​ມັກ​ເປັນ​ຝີ​ເປັນ​ບາດແຜ​ ຖ້າ​ກິນໝາກສີດາ ເລື້ອຍໆ ກໍ​ຊ່ວຍ​ບັນ​ເທົາ​ລົງ​ໄປໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...