spot_img
Homeຂ່າວພາຍ​ໃນຕະຫຼາດຫຼັກຊັບລາວ ຈັດງານ “ເປີດໂອກາດສູ່ຄວາມຮັ່ງມີຍຸກ AEC 2016”

ຕະຫຼາດຫຼັກຊັບລາວ ຈັດງານ “ເປີດໂອກາດສູ່ຄວາມຮັ່ງມີຍຸກ AEC 2016”

Published on

ຕະຫາດຫຼັກຊັບລາວ ໄດ້ຈັດງານ “ເປີດໂລກແຫ່ງການລົງທຶນ-ເປີດໂອກາດສູ່ຄວາມຮັ່ງມີໃນຍຸກ AEC 2016” ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ອາຄົມ ປຣະເສີດ ຄະນະພັກ-ຫົວໜ້າກົມຄຸ້ມຄອງ ສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ. ນອກນີ້ ຍັງມີຜູ້ຕາງໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

ງານດັ່ງກ່າວໄດ້ຈັດຂຶ້ນເປັນປີທີສີ່, ແຕ່ພິເສດໃນປີນີ້ ສປປ ລາວ ໄດ້ເຂົ້າສູ່ AEC ເພື່ອເພີ່ມຄວາມຮູ້ດ້ານຕະຫຼາດທຶນ ພາຍໃຕ້ຫົວຂໍ້: “ໂອກາດໃນການລົງທຶນໃນຫຼັກຊັບ-ຮຽນຮູ້ຈາກຜູ້ສໍາເລັດ” ຈາກວິທະຍາກອນທີ່ມີປະສົບການ ດ້ານຕະຫຼາດທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມພ້ອມສູ່ຄວາມຮັ່ງມີໃຫ້ຕົນເອງໃນຍຸກ AEC.

ທ່ານ ວັນຄໍາ ວໍຣະວົງ ຜູ້ບໍລິຫານລະດັບສູງຂອງຕະຫຼາດຫຼັກຊັບລາວ ໄດ້ອອກມາກ່າວສະແດງຄວາມ  ຍິນດີຕໍ່ຕະຫຼາດຫຼັກຊັບລາວ ໄດ້ກາຍເປັນທາງເລືອກໜຶ່ງຂອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃນການລະດົມທຶນສໍາລັບການຂະຫຍາຍທຸລະກິດ, ເພີ່ມສະພາບຄ່ອງ ແລະ ສະໜອງການບໍລິການ ທີ່ມີຄວາມໂປ່ງໃສ, ຍຸຕິທໍາ ແລະ ມີຄວາມທັນສະໄໝ ເຮັດໃຫ້ຕະຫຼາດຫຼັກຊັບລາວ ກາຍເປັນຕະຫຼາດທີ່ມີປະສິດທິພາບ ໃນການແຂ່ງຂັນ ຮອງຮັບການເຊື່ອມໂຍງ ກັບບັນດາຕະຫຼາດຫຼັກຊັບຕ່າງໆ ຢູ່ພາກພື້ນອາຊຽນໃນອະນາຄົດອັນໃກ້ນີ້.

ຜູ້ບໍລິຫານລະດັບສູງຂອງຕະຫຼາດຫຼັກຊັບລາວ ເປີດເຜີຍວ່າ: ປັດຈຸບັນ ສປປ ລາວ ກໍາລັງສຸມໃສ່ກະກຽມ ກອງປະຊຸມສໍາຄັນຕ່າງໆຂອງອາຊຽນໃນຍຸກ AEC, ຕະຫຼາດຫຼັກຊັບລາວ ຈຶ່ງເບິ່ງເຫັນຄວາມສໍາຄັນ ໃນການຊຸກຍູ້ສົ່ງເສີມຕະຫຼາດທຶນ ເປັນການເພີ່ມທາງເລືອກໃຫ້ກັບປະຊາຊົນລາວ ໄດ້ມີການລົງທຶນໃນຮຸ້ນ ເພື່ອເສີມສ້າງທັກສະ, ຈັງຫວະ ແລະ ຄວາມຮອບຄອບໃນການລົງທຶນ ເພື່ອຄວາມອຸດົມຮັ່ງມີ ແລະ ສາມາດນໍາໃຊ້ເງິນທຶນຢ່າງມີປະສິດທິຜົນ.

ທ່ານຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ໃຫ້ການຮ່ວມມື ກັບຕະຫຼາດຫຼັກຊັບລາວ ໃນການເຜີຍແຜ່ຄວາມຮູ້ ແລະ ເສີມສ້າງຄວາມເຂົ້າໃຈອັນຖືກຕ້ອງ ໃນວຽກງານຫຼັກຊັບໃຫ້ແກ່ມວນຊົນ ພ້ອມທັງໃຫ້ການຮ່ວມມື ໃນວຽກງານອື່ນໆໃນຄັ້ງຕໍ່ໄປ ເພື່ອພ້ອມກັນພັດທະນາຕະຫຼາດທຶນລາວ ໃຫ້ມີຄວາມກ້າວໜ້າ ແລະ ທຽບເທົ່າກັບສາກົນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...