spot_img
Homeປ່ອງຢ້ຽມດວງດາວດາວເຄາະນ້ອຍ 2002 AJ129 ເຄື່ອນໃກ້ໂລກ ແຕ່ບໍ່ເປັນອັນຕະລາຍ

ດາວເຄາະນ້ອຍ 2002 AJ129 ເຄື່ອນໃກ້ໂລກ ແຕ່ບໍ່ເປັນອັນຕະລາຍ

Published on

ໃນວັນທີ 4 ກຸມພາ 2018 ທີ່ຈະຮອດນີ້ ວົງການດາລາສາດກໍ່ກຳລັງຈັບຕາການເຄື່ອນຜ່ານສຽດໂລກຂອງດາວເຄາະນ້ອຍຂະໜາດໃຫຍ່ປະມານ 1,300 ແມັດ ທີ່ມີຊື່ວ່າ 2002 AJ129 ເຊິ່ງເປັນການເຄື່ອນເຂົ້າໃກ້ຂອງວັດຖຸນອກໂລກດັ່ງກ່າວ ແຕ່ບໍ່ເປັນອັນຕະລາຍຕໍ່ໂລກ

ຄວາມຈິງແລ້ວ 2002 AJ129 ນັ້ນບໍ່ແມ່ນດາວເຄາະນ້ອຍດວງໃໝ່ທີ່ຫາກໍ່ຮູ້ຈັກນັກດາລາສາດຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດສະຫະລັດອາເມລິກາ ຫຼື ອົງການນາຊາ ເຜີຍວ່າ ໄດ້ຕິດຕາມເຝົ້າເບິ່ງດາວເຄາະນ້ອຍມາດົນກວ່າ 14 ປີ ແລະ ຄຳນວນຢ່າງແມ້ນຢຳວ່າມັນມີວົງໂຄຈອນຂະໜາດນ້ອຍໃຫຍ່ພຽງໃດ ພ້ອມລະບຸວ່າດາວເຄາະນ້ອຍດັ່ງກ່າວບໍ່ມີໂອກາດເຂົ້າຊົນໂລກຂອງເຮົາໃນຊ່ວງໄລຍະເວລາ 100 ປີຕໍ່ໜ້າ

ຢ່າງໃດກໍ່ຕາມ ນັກດາລາສາດກ່າວວ່າດາວເຄາະນ້ອຍ 2002 AJ129 ທີ່ຈະຜ່ານໃກ້ໂລກໃນວັນອາທິດທີ່ຈະຮອດນີ້ ຈະເຄື່ອນຕົວດ້ວຍຄວາມໄວຫຼາຍກວ່າ 10 ເທົ່າຂອງໄລຍະຫ່າງລະຫວ່າງໂລກກັບດວງຈັນ ຫຼື ປະມານ 4,160,000 ກິໂລແມັດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...