spot_img
Homeປ່ອງຢ້ຽມດວງດາວດາວທຽມ " ໄບໂອແມສ " ເພື່ອສຳຫຼວດປ່າໄມ້ຂອງໂລກ ຈະຖືກປ່ອຍຂຶ້ນອາວະກາດ ໃນປີ 2020

ດາວທຽມ ” ໄບໂອແມສ ” ເພື່ອສຳຫຼວດປ່າໄມ້ຂອງໂລກ ຈະຖືກປ່ອຍຂຶ້ນອາວະກາດ ໃນປີ 2020

Published on

 

ອົງການອາວະກາດແຫ່ງເອີລົບ (ESA) ກຳລັງກະກຽມເພື່ອຈັດສົ່ງດາວດຽວ ສຳລັບໃຊ້ເພື່ອສຳຫຼວດໂລກ

ຂຶ້ນສູ່ວົງໂຄຈອນ ໃນປີ 2020 ທີ່ຈະມາເຖິງນີ້ ເພື່ອເຮັດໜ້າທີ່ສຳຫຼວດ ແລະ ຈັດສ້າງແຜນທີ່ປ່າໄມ້ ຂອງ

ໂລກທັງໜ່ວຍໃຫ້ລະອຽດ ແລະ ຄົບຖ້ວນໃຫ້ຫຼາຍທີ່ສຸດ.

 

tec02270656p1
(ພາບປະກອບ)

 

ດາວທຽມນີ້ ຖືກຂະໜານນາມວ່າ ” ໄບໂອແມສ ” ເຊິ່ງຈະເປັນດາວທຽມຕິດຕັ້ງ ຣາດາວິຖີໄກ ທີ່ສາມາດ

ຍິງສັນຍານທະລຸເມກໜາໆ ລົງມາເພື່ອສຳຫຼວດ ແລະ ເກັບກຳຂໍ້ມູນພື້ນທີ່ປ່າໄມ້ ເຊິ່ງຄົນເຮົາບໍ່ສາມາດ

ທີ່ຈະເຂົ້າໄປສຳຫຼວດທາງພາກພື້ນດິນໄດ້ ຢ່າງເຊັ່ນພື້ນທີ່ປ່າຕຶບ ບໍຣຽນ ໃນຣັດເຊຍ ຫຼື ພື້ນທີ່ປ່າຝົນອະ

ເມຊອນ ໃນອາເມລິກາໃຕ້ ດັ່ງນີ້ເປັນຕົ້ນ.  ຂໍ້ມູນທີ່ໄດ້ຈະນຳມາໃຊ້ເປັນຖານຂໍ້ມູນ ໃນການສ້າງແຜນທີ່

3 ມິຕິ ຂອງພື້ນທີ່ປ່າຢ່າງລະອຽດ ແລະ ຄົບຖ້ວນ ສຳລັບນັກວິໄຈ ເພື່ອໃຊ້ໃນການວັດແທກປະລິມານ

ກາກບອນ ທີ່ກັກເອົາໄວ້ໃນພື້ນທີ່ປ່າເຫຼົ່ານັ້ນ ເຮັດໃຫ້ເຮົາສາມາດເຂົ້າໃຈໄດ້ຫຼາຍຂຶ້ນວ່າ ການຕັດໄມ້ທຳ

ລາຍປ່າ ຈະສ້າງຄວາມເສຍຫາຍ ໃຫ້ກັບການປ່ຽນແປງພູມອາກາດໂລກຄືແນວໃດ ເຊິ່ງຈະຊ່ວຍໃຫ້ການ

ກຳນົດພື້ນທີ່ສຳລັບການປູກປ່າ, ການຟື້ນຟູສະພາບປ່າ ເພື່ອເຮັດໃຫ້ພາລະໂລກຮ້ອນໄດ້ຊະລໍຕົວລົງ

ຢ່າງມີປະສິດທິພາບຫຼາຍຂຶ້ນ.

 

ທ່ານ ແຮັງ ຊູກາດ ນັກວິທະຍາສາດສິ່ງແວດລ້ອມ ຈາກມະຫາວິທະຍາໄລເວີຈິເນຍ ສະຫະລັດອາເມລິກາ

ເຊິ່ງເປັນໜຶ່ງໃນຄະນະກຳມະການທີ່ປຶກສາໂຄງການດັ່ງກ່າວ ເຊື່ອວ່າໂຄງການມູນຄ່າ 525 ລ້ານໂດລານີ້

ຈະຍັງເປັນປະໂຫຍດທີ່ຫາຄ່າບໍ່ໄດ້ ໃນທາງການກຳນົດນະໂຍບາຍເພື່ອສິ່ງແວດລ້ອມໂລກ ກ່ຽວກັບວັດ

ທະຈັກກາກບອນ ແລະ ສະພາວະໂລກຮ້ອນນັ້ນເອງ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...