spot_img
Homeຂ່າວຕ່າງປະເທດດານັງ ຕິດອັນດັບເແຫຼ່ງທ່ອງທ່ຽວຍອດນິຍົມ

ດານັງ ຕິດອັນດັບເແຫຼ່ງທ່ອງທ່ຽວຍອດນິຍົມ

Published on

ຫວຽດນາມຂຶ້ນຊື່ວ່າເປັນສະຫວັນຂອງບັນດານັກທ່ອງທ່ຽວທົ່ວໂລກທີ່ມີແຫຼ່ງທ່ອງທ່ຽວຫຼາກຫຼາຍ ລວມເຖິງພູມີປະເທດທີ່ສວຍງາມ ແລະ ເມື່ອປີ 2017 ອົງການການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດກໍໄດ້ປະກາດໃຫ້ຫວຽດນາມເປັນ 1 ໃນ 10 ຈຸດໝາຍປາຍທາງຂອງການທ່ອງທ່ຽວທີ່ຂະຫຍາຍຕົວໄວທີ່ສຸດໃນໂລກ.

ການຂະຫຍາຍຕົວແບບກ້າວກະໂດດນີ້ສ່ວນໜຶ່ງແມ່ນເປັນຍ້ອນນັກທ່ອງທ່ຽວຈາກ ສ.ເກົາຫຼີ ຊຶ່ງເດີນທາງເຂົ້າມາທ່ຽວຫວຽດນາມເພີ່ມຂຶ້ນ ພ້ອມນີ້ ສາຍການບິນຂອງ ສ.ເກົາຫຼີ ກໍໄດ້ເປີດເສັ້ນທາງບິນກົງຈາກ ສ.ເກົາຫຼີ ມາຍັງດານັງເພີ່ມຂຶ້ນ.

ເມືອງດານັງກາຍເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວ ສ.ເກົາຫຼີ ຫຼັງຈາກທີ່ມີລາຍການໂທລະພາບໄດ້ນຳສະເໜີສະຖານທີ່ທ່ອງທ່ຽວສຳຄັນໆ ລວມເຖິງການຣີວິວທິວທັດທີ່ສວຍງາມຂອງສະຖານທີ່ທ່ອງທ່ຽວຕ່າງໆຂອງຫວຽດນາມຫຼາຍແຫ່ງ ໂດຍສະເພາະແມ່ນສະພານສີທອງ (Golden Bridge) ຊຶ່ງຕັ້ງຢູ່ເທິງອົ້ງມືຍັກໃຫຍ່ເໜືອຍອດພູບານາຮິລທີ່ມີຄວາມສວຍງາມ ແລະ ແປກໃໝ່.

ຊຶ່ງເມື່ອປີຜ່ານມາ ຄະນະກຳມະການທ້ອງຖິ່ນຂອງເມືອງດານັງກໍໄດ້ຈັດກິດຈະກຳເພື່ອພັດທະນາການທ່ອງທ່ຽວ ບໍ່ວ່າຈະເປັນການປັບປຸງຄຸນນະພາບຂອງສິນຄ້າ ການບໍລິການ ການຂົນສົ່ງ ລວມເຖິງສິ່ງອຳນວຍຄວາມສະດວກຕ່າງໆ ນອກນີ້ ກໍໄດ້ມີການປະຊາສຳພັນແຫຼ່ງທ່ອງທ່ຽວຫຼາກຫຼາຍຮູບແບບ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...