ຍົນຕົກອີກແລ້ວ! ເປັນເຮລິຄັອບເຕີອິນເດຍ

jj

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງລັກຄະເນົາ ລັດອຸດຕະລະປະເທດ ປະເທດອິນເດຍ, ກອງທັບອິນເດຍ ຖະແຫຼງຂ່າວວ່າ ເຮລິຄັອບເຕີຂອງກອງທັບອາກາດອິນເດຍລຳໜຶ່ງປະສົບອຸບັດເຫດຕົກເມື່ອວັນທີ 25 ກໍລະກົດ 2014 ທາງພາກເໜືອຂອງປະເທດ ສົ່ງຜົນໃຫ້ຜູ້ໂດຍສານເທິງຍົນແລະນັກບິນທັງໝົດເສຍຊີວິດລວມ 7 ຄົນ ໂດຍເຮລິຄັອບເຕີຂາດການຕິດຕໍ່ກັບເຣດ້າແລະວິທະຍຸຫຼັງຈາກຂຶ້ນບິນ.

ສ່ວນສາເຫດຂອງອຸບັດເຫດນັ້ນຍັງຢູ່ໃນຂັ້ນຕອນການສຶກສາຫາຂໍ້ມູນລາຍລະອຽດຢູ່. ເຊິ່ງຜູ້ເຫັນເຫດການເວົ້າວ່າ ໄຟລຸກໄໝ້ເຮລິຄັອບເຕີທັນທີທີ່ມັນຕົກລົງພື້ນ.