spot_img
Homeຂ່າວຢາເສບຕິດຍຶດຢາບ້າ 5,800,000 ເມັດ-ເຮໂຣອິນ 600 ແທ່ງ

ຍຶດຢາບ້າ 5,800,000 ເມັດ-ເຮໂຣອິນ 600 ແທ່ງ

Published on

ຂ່າວ ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 21 ມິຖຸນາທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ສະກັດເປົ້າໝາຍລັກລອບຄ້າຂາຍຢາເສບຕິດ ໂດຍການໃຊ້ເສັ້ນທາງບົກແຕ່ເມືອງເມິງ ຫາ ເມືອງຫ້ວຍຊາຍ, ພໍມາຮອດເຂດບ້ານໂພນໄພ ເມືອງຫ້ວຍຊາຍ ເຈົ້າໜ້າທີ່ສະແດງຕົວໃຫ້ສັນຍານຢຸດຈອດເພື່ອກວດຄົ້ນລົດລົດເປົ້າໝາຍ 2 ຄັນ ບໍ່ຕິດປ້າຍທະບຽນ, ຂະນະດຽວກັນເຈົ້າຂອງລົດ ໄດ້ໃຊ້ອາວຸດປືນ ຍິງຕໍ່ສູ້ກັບເຈົ້າໜ້າທີ່ເພື່ອເປີດທາງເອົາຕົວຫຼົບໜີເຂົ້າປ່າ.

May be an image of text

ຈາກນັ້ນ, ເຈົ້າໜ້າທີ່ໄດ້ກວດຄົ້ນລົດ 2 ຄັນ ພົບເຫັນຢາບ້າ 2,900 ມັດ ເທົ່າກັບ 5,800,000 ເມັດ, ມີນໍ້າໜັກເກືອບ 700 ກິໂລກຣາມ ແລະ ຢາເຮໂຣອິນ 600 ແທ່ງ ເທົ່າກັບ 300 ຄູ່, ມີນໍ້າໜັກ 225 ກິໂລກຣາມ ພ້ອມຢຶດລົດປຣາໂດ້ 1 ຄັນ ແລະ ລົດກະບະຣີໂວ 1 ຄັນ, ສ່ວນຜູ້ຂັບຂີ່ໄດ້ເອົາຕົວຫຼົບໜີໄປ. ປັດຈຸບັນເຈົ້າໜ້າທີ່ພວມດຳເນີນການສືບຄົ້ນຫາພວກກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ຂ່າວ ປກສ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...