ເມື່ອເວລາ 20.30 ນາທີ ຂອງວັນທີ 7 ຕຸລາ 2018 ເຈົ້າໜ້າທີ່ສະຖານີຕຳຫຼວດ ພະຍາໄທ ໄດ້ຮັບແຈ້ງເຫດ ມີກຸ່ມໄວໜຸ່ມຜິດຖຽງວິວາດຂ້າງຫ້າງຊັບພະສິນຄ້າຊື່ດັງ ແລະ ມີການໃຊ້ອາວຸດປືນອາກ້າຍິງຖະລົ່ມໃຈກາງເມືອງ ເຮັດໃຫ້ມີນັກທ່ອງທ່ຽວຊາວຕ່າງຊາດຖືກລູກຫຼົງ ເສຍຊີວິດ 1 ຄົນ, ບາດເຈັບ 4 ຄົນ.
ເຫດການດັ່ງກ່າວໄດ້ເກີດຂຶ້ນທີ່ບໍລິເວນລານຈອດລົດດ້ານຫຼັງຫ້າງສັບພະສິນຄ້າເຊັນທາຣາ ວໍເຕີເກດ ພາວິວລຽນ ຖະໜົນຣາຊປາຣົບ ແຂວງ ມັກກະສັນ ເຂດຣາຊເທວີ ກຸງເທບມະຫານະຄອນ, ເຈົ້າໜ້າທີ່ຕຳຫຼວດໄດ້ລົງໄປກວດສອບພື້ນທີ່ເກີດເຫດ ພົບຜູ້ບາດເຈັບເປັນຄົນອິນເດຍ 2 ຄົນ, ຄົນໄທ 2 ຄົນ ແລະ ຄົນລາວ 1 ຄົນ ຖືກຍິງຕາມຮ່າງກາຍຫຼາຍຈຸດ ເຊິ່ງເຈົ້າໜ້າທີ່ກູ້ຊີບໄດ້ປະຖົມພະຍາບານເບື້ອງຕົ້ນກ່ອນນຳສົ່ງໂຮງໝໍ, ຕໍ່ມາມີຜູ້ບາດເຈັບຄົນໜຶ່ງເສຍຊີວິດ ເຊິ່ງເປັນນັກທ່ອງທ່ຽວຊາວອິນເດຍ.
ເຈົ້າໜ້າທີ່ຕຳຫຼວດໄດ້ສອບສວນນາງ ຈູ່ລີ່ ສະຫວ່າງອາລຸນ ອາຍຸ 62 ປີ ເຊິ່ງເປັນໄກດ໌ນຳທ່ຽວປະຈຳຫ້າງຊັບພະສິນຄ້າດັ່ງກ່າວ ໃຫ້ຮູ້ວ່າ ຈຸດທີ່ເກີດເຫດເປັນຈຸດຈອດລົດທົວທີ່ພານັກທ່ອງທ່ຽວຕ່າງຊາດຊາວອິນເດຍມາລົງພັກກິນເຂົ້າ ທີ່ຮ້ານອາຫານອິນເດຍເກຣສ ທີ່ຕັ້ງຢູ່ຊັ້ນລຸ່ມຂອງຫ້າງ ກ່ອນຈະປ່ອຍໃຫ້ນັກທ່ຽວທ່ຽວຍ່າງເລາະຊື້ເຄື່ອງພາຍໃນຫ້າງ, ບາງຄົນຊື້ເຄື່ອງແລ້ວກໍ່ພາກັນມານັ່ງລໍຖ້າທີ່ລົດ ແລະ ໃນລະຫວ່າງນັ້ນມີກຸ່ມໄວໜຸ່ມປະມານ 20 ຄົນ ທີ່ໂຕະສະນຸກເກີ້ໃກ້ບ່ອນເກີດເຫດ ເຊິ່ງມີທັງປືນ, ມີດ ແລະ ໄມ້ ແລ່ນເຂົ້າມາໃນຮ່ອມຂ້າງຫ້າງເຊັນທາຣາ; ໃນລະຫວ່າງນັ້ນມີໄວໜຸ່ມ 3 ຄົນ ພາຍອາວຸດປືນສົງຄາມຍ່າງສວນອອກມາ ຈາກນັ້ນກໍ່ໃຊ້ອາວຸດປືນລະດົມຍິງຈົນເກີດສຽງດັງສະນັ່ນໄປທົ່ວບໍລິເວນ ຈົນເຮັດໄວໜຸ່ມປະມານ 20 ຄົນຕ່າງພາກັນລົບໜີ ແລະ ເຮັດໃຫ້ມີຜູ້ບາດເຈັບ 5 ຄົນ ພໍເຫດການສະຫງົບກໍ່ແຈ້ງເຈົ້າໜ້າທີ່ຕຳຫຼວດ ແລະ ໜ່ວຍກູ້ໄພມາຊ່ວຍເຫຼືອຄົນເຈັບ.
ດ້ານເຈົ້າໜ້າທີ່ຕຳຫຼວດເປີດເຜີຍວ່າ ຈາກການສອບສວນເບື້ອງຕົ້ນຄາດວ່າ ສາເຫດເກີດຈາກການວິວາດດລະຫວ່າງກຸ່ມ ຝ່າຍກົງກັນຂ້າມມີອາວຸດສົງຄາມໃຊ້ກໍ່ເຫດ ເຊິ່ງຕ້ອງຂໍເວລາໃຫ້ເຈົ້າໜ້າທີ່ຕຳຫຼວດຕິດຕາມກຸ່ມທີ່ກໍ່ເລື່ອງມາດຳເນີນຄະດີຕາມກົດໝາຍຕໍ່ໄປ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: www.thairath.co.th
ຮູບປະກອບຂ່າວ: sanook,today.line.me