spot_img
Homeຂ່າວພາຍ​ໃນຊ່ວຍເຫຼືອຜູ້ຍິງສັນຊາດກຳປູເຈຍ 6 ຄົນຈາກການຄ້າມະນຸດໃນລາວ

ຊ່ວຍເຫຼືອຜູ້ຍິງສັນຊາດກຳປູເຈຍ 6 ຄົນຈາກການຄ້າມະນຸດໃນລາວ

Published on

ເຈົ້າໜ້າທີ່ຊ່ວຍຜູ້ຍິງສັນຊາດກຳປູເຈຍ 6 ຄົນ ຈາກທັງໝົດ 7 ຄົນ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດໃນແຂວງບໍ່ແກ້ວ.

ໃນວັນທີ 1 ຕຸລາ 2023 ອີງຕາມແຫຼ່ງຂ່າວ Kiripost ຂອງກຳປູເຈຍ ໄດ້ລາຍງານວ່າ: ມີຜູ້ຍິງທີ່ຖືກຕົວະໄປເຮັດວຽກຢູ່ເຂດເສດຖະກິດພິເສດໃນແຂວງບໍ່ແກ້ວ ໃນຂະນະທີ່ພວກເຂົາໄດ້ຍິນກ່ຽວກັບການບັງຄັບຍ້າຍຖິ່ນຖານໃນຕ່າງປະເທດທີ່ກຳລັງຈະເກີດຂຶ້ນ ພວກເຂົາຈຶ່ງໄດ້ໜີ ແລະ ໂພສວິດີໂອ ເພື່ອຂໍຄວາມຊ່ວຍເຫຼືອໃນ Facebook.

ຈາກການຂໍຄວາມຊ່ວຍເຫຼືອ ເມື່ອສະຖານທູດກຳປູເຈຍປະຈຳລາວ ໄດ້ຮັບຮູ້ກໍຮີບດຳເນີນການເພື່ອຊ່ວຍເຫຼືອທັນທີ.

ແຜນດັ່ງກ່າວ ປະສົບຄວາມສຳເລັດໂດຍຊ່ວຍເຫຼືອຜູ້ຍິງ 6 ຄົນ ຈາກທັງໝົດ 7 ຄົນ ປັດຈຸບັນພວກເຂົາແມ່ນຢູ່ໃນສະຖານທີ່ປອດໄພແລ້ວ ແລະ ສະຖານທູດ ພ້ອມທາງການລາວ ກຳລັງຄົ້ນຫາຄົນທີ 7.

ສຳນັກຂ່າວກຳປູເຈຍ ກໍໄດ້ລາຍງານວ່າ ຜູ້ຍິງຄົນທີ່ 7 ບໍ່ສາມາດລົບໜີໄດ້ທັນຄົນອື່ນ ເນື່ອງຈາກວ່າລາວບໍ່ສະບາຍ.

Am Sam Ath ຜູ້ອຳນວຍການຝ່າຍປະຕິບັດການ ອົງກອນດ້ານສິດທິມະນຸດຂອງກຳປູເຈຍ ກ່າວວ່າ ຄະດີການຄ້າມະນຸດໃນຄັ້ງນີ້ ເຮັດໃຫ້ຊື່ສຽງຂອງກຳປູເຈຍໄດ້ເສື່ອມເສຍ, ເມື່ອວິດີໂອ ແລະ ຮູບພາບຂອງເຫຍື່ອແຜ່ລະບາດໃນອອນລາຍ ພວກເຂົາບໍ່ໄດ້ເຮັດຫຍັງເລີຍນອກຈາກຈະເຮັດໃຫ້ກຳປູເຈຍເສື່ອມເສຍ ໂດຍສະເພາະຢ່າງຍິ່ງ ສົ່ງຜົນເສຍຕໍ່ການທ່ອງທ່ຽວໄດ້.

ນອກນີ້ Sam Ath ຍັງໄດ້ກ່າວຄຳຂອບໃຈ ຕໍ່ການຮ່ວມມືລະຫວ່າງສອງປະເທດ ທີ່ດຳເນີນການແກ້ໄຂສະຖານະການໂດຍທັນທີ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການທີ່ບໍ່ດີຊ້ຳອີກ.

ໃນປີ 2022 ປະຊາຊົນຂອງປະເທດຕ່າງໆເຊັ່ນ ເນປານ ອິນເດຍ ປາກິດສະຖານ ມາເລເຊຍ ແລະ ຟິລິບປິນ ໄດ້ຮັບການຊ່ວຍເຫຼືອຈາກການຄ້າມະນຸດໃນລາວ ນອກນີ້ ອົດສະຕຣາລີຍັງໄດ້ອອກຄຳແນະນຳກ່ຽວກັບການເດີນທາງຂອງປະຊາຊົນອົດສະຕຣາລີວ່າ ໃຫ້ລະວັງໃນການເດີນທາງທ່ອງທ່ຽວໃນແຂວງບໍ່ແກ້ວ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...