spot_img
Homeຂ່າວຕ່າງປະເທດຊາວຟີລິບປິນ ໄດ້ຄົ້ນພົບໄຂ່ມຸກ ທີ່ໃຫຍ່ທີ່ສຸດໃນໂລກ

ຊາວຟີລິບປິນ ໄດ້ຄົ້ນພົບໄຂ່ມຸກ ທີ່ໃຫຍ່ທີ່ສຸດໃນໂລກ

Published on

ໃນວັນທີ 22 ສິງຫາ 2016 ນີ້ມີການປະກາດຜູ້ຄົ້ນພົບໄຂ່ມຸກເປັນຊາວປະມົງ (ບໍ່ປະສົງອອກນາມ) ໄດ້ຄົ້ນພົບໄຂ່ມຸກທີ່ໃຫຍ່ທີ່ສຸດໃນໂລກ ຈາກເກາະປາລາວັນ ໃນຟີລິບປິນຄົ້ນພົບໂດຍບັງເອີນ.

ເມື່ອ 10 ປີກ່ອນ ຂະນະທີ່ພະຍາຍາມດຶງສະມໍຂຶ້ນຈາກທະເລ ແຕ່ກັບພົບວ່າມັນໄປຕິດກັບບາງຢ່າງ ດັ່ງນັ້ນເຂົາຈຶ່ງດຳລົງໄປ ແລະເຫັນຫອຍມຸກໂຕໃຫຍ່ ກັບໄຂ່ມຸກເມັດນີ້ພ້ອມ. ຊາວປະມົງຄົນດັ່ງກ່າວ ເກັບໄຂ່ມຸກຂະໜາດໃຫຍ່ນີ້ ໄວ້ກ້ອງຕຽງມາໂດຍຕະຫຼອດ ແລະຫວັງວ່າມັນຈະນຳໂຊກມາໃຫ້ ໂດຍທີ່ບໍ່ຮູ້ເລີຍວ່າມັນມີລາຄາມະຫາສານ ຈົນມາຮອດມື້ທີ່ບ້ານເຂົາໄຟໄໝ້ ເຂົາທັນໄດ້ແຕ່ໄຂ່ມຸກເມັດນີ້ອອກມາຈາກກອງໄຟ

ຈາກນັ້ນເຂົາໄດ້ ເອົາໄຂ່ມຸກເມັດນີ້ມອບໃຫ້ກັບ ສຳນັກງານທ່ອງທ່ຽວ ຂອງເມືອງ ປວຍໂຕປຣິນເຊຊາ ເລື່ອງລາວຂອງມັນຈຶ່ງໄດ້ຖືກເປີດເຜີຍຂຶ່້ນ, ທາງເຈົ້າໜ້າທີ່ຂອງການທ່ອງທ່ຽວ ໄດ້ລອງຊັ່ງນໍ້າໜັກໄຂ່ມຸກເມັດນີ້ ແລະພົບວ່າມັນມີນໍ້າໜັກຮອດ 34 ກິໂລ ແລະອາດມີມູນຄ່າສູງເຖິງ 76 ລ້ານຢູໂຣ, ແນວໃດກໍຕາມການປະເມີນຄ່າຂອງໄຂ່ມຸກເມັດນີ້ ຍັງຄົງຕ້ອງ ຖ້າການກວດສອບ ຈາກຜູ້ຊ່ຽວຊານດ້ານອັນຍະມະນີ ແລະໜ່ວຍງານຈາກປະເທດອື່ນໆ, ແຕ່ເຊື່ອວ່າຂະນະນີ້ໄຂ່ມຸກດັ່ງກ່າວ ເປັນໄຂ່ມຸກທີ່ໃຫຍ່ທີ່ສຸດໃນໂລກ. ສະຖິຕິແຕ່ກ່ອນໄຂ່ມຸກ The Pearl Lao Tze ທີ່ມີນໍ້າໜັກ 6,4 ກິໂລ ມູນຄ່າ 35 ລ້ານໂດລ່າສະຫະລັດ ແລະຖືກພົບທີ່ເກາະປາລາວັນ ໃນຟີລິບປິນເຊັ່ນກັນ

ທີ່ມາ: posttoday

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...