spot_img
Homeປ່ອງຢ້ຽມດວງດາວຈະຫຼວດ "ໂຊຢຸຊ" ຂອງຣັດເຊຍລະເບີດ

ຈະຫຼວດ “ໂຊຢຸຊ” ຂອງຣັດເຊຍລະເບີດ

Published on

ເມື່ອວັນທີ 2 ທັນວາ ທີ່ຜ່ານມາ ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ ຈະຫຼວດ ໂຊຢຸຊ ຂອງສຳນັກງານອາວະກາດຣັດເຊຍທີ່ຖືກປ່ອຍອອກຈາກຖານທີ່ໝັ້ນ ເຊິ່ງຕັ້ງຢູ່ໃນສາທາລະນະລັດ ຄາຊັດສະຖານເມື່ອເວລາ 20.15 ນາທີ ຕາມເວລາທ້ອງຖິ່ນ ຂຶ້ນສູ່ສະຖານີອາວະກາດນານາຊາດ ໄອເອສເອສ ໃນໄລຍະເວລາພຽງ 6 ນາທີ ຫຼັງທີ່ຈະຫຼວດຖືກປ່ອຍອອກໄປ ໄດ້ສູນຫາຍອອກຈາກສະຖານີເຣດາ ແລະ ບໍ່ສາມາດກວດສອບໄດ້ວ່າ ໂຊຢຸຊເຂົ້າສູ່ວົງໂຄຈອນ ແລ້ວ ຫຼື ບໍ່ເຊິ່ງພາຍໃນຈະຫຼວດມີຍານລຳລຽງອາຫານ ແລະ ສິ່ງຂອງອື່ນໆລວມນ້ຳໜັກ 2.5 ຕັນ.

ຫຼັງຈາກນັ້ນເຈົ້າໜ້າທີ່ກໍ່ໄດ້ຮູ້ວ່າ ລະບົບຂັບເຄື່ອນຂອງຍານລຳລຽງ ຊື່ ໂພຣເກຣສ ທີ່ຢູ່ໃນຍານໂຊຢຸຊ ໄດ້ເກີດລະເບີດໃນລະດັບຄວາມສູງ ປະມານ 190 ກິໂລແມັດຈາກພື້ນໂລກ ເສດຊາກຍານລຳລຽງຖືກເຜົາໄໝ້ໃນຊັ້ນບັນຍາກາດເປັນສ່ວນໃຫຍ່ ແຕ່ເປັນໄປໄດ້ທີ່ບາງສ່ວນອາດຕົກລົງສູ່ພື້ນໂລກ

ຂະນະທີ່ຜູ້ຊ່ຽວຊານຢືນຢັນວ່າ ນັກບິນອາວະກາດທັງ 6 ຄົນທີ່ປະຈຳຢູ່ສະຖານີອາວະກາດໃນຕອນນີ້ຍັງຄົງມີອາຫານພຽງພໍສຳລັບການດຳລົງຊີບຕໍ່ໄປໄດ້ອີກຫຼາຍເດືອນ ລວມເຖິງມີການຣີໄຊເຄີປັດສະວະ ເພື່ອນຳມາດື່ມ ແລະ ດຳລົງຊີວິດຕໍ່ໄປ.

ທີ່ມາ:  edition.cnn.com

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...