spot_img
Homeຂ່າວຕ່າງປະເທດງົວ 3 ໂຕໂຊກດີທີ່ສຸດໃນໂລກ ລອດຕາຍຫຼັງນິວຊີແລນແຜ່ນດິນໄຫວ ແລະນໍ້າຖ້ວມອີກ

ງົວ 3 ໂຕໂຊກດີທີ່ສຸດໃນໂລກ ລອດຕາຍຫຼັງນິວຊີແລນແຜ່ນດິນໄຫວ ແລະນໍ້າຖ້ວມອີກ

Published on

ສື່ຕິຂ່າວວ່າ ງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ຫຼັງເກີດແຜ່ນດິນໄຫວທີ່ນິວຊີແລນ ກ່ອນໄດ້ຮັບການຊ່ວຍເຫຼືອ.

 ຄວາມຄີບໜ້າເຫດແຜ່ນດິນໄຫວທີ່ປະເທດນິວຊີແລນ ເມື່ອວັນທີ 13 ພະຈິກ ຕອນນີ້ປະຊາຊົນແດນກີວີເລີ່ມກັບເຂົ້າໄປເກັບເຄື່ອງຂອງໃນທີ່ພັກອາໄສ ຫຼັງຈາກແຜ່ນດິນໄຫວ ເຮັດໃຫ້ເຄື່ອງຂອງໃນບ້ານເຮືອນ ແລະຮ້ານຄ້າໄດ້ຮັບຄວາມເປ່ເພ ສ່ວນຄວາມເສຍຫາຍນັ້ນຄາດວ່າມີມູນຄ່າຫຼາຍພັນລ້ານດອນລານິວຊີແລນ.

ໃນລະຫວ່າງທີ່ເຈົ້າໜ້າທີ່ໜ່ວຍກູ້ໄພ ບິນສໍາຫຼວດຄວາມເສຍຫາຍ ໄດ້ພົບງົວ 3 ໂຕຄ້າງຢູ່ເທິງພື້ນທີ່ຂະໜາດນ້ອຍໆ ໄປໃສບໍ່ໄດ້ ເພາະເກີດແຜ່ນດິນສະໄລ ໂດຍເຮັດໃຫ້ພື້ນທີ່ອ້ອມຮອບບຸບລົງໄປຈາກແຮງສັ່ນສະເທືອນຂອງແຜ່ນດິນໄຫວ ແລະລອບທີ່ສອງເກີດຂຶ້ນເມື່ອວັນທີ 14 ພະຈິກທີ່ຜ່ານມາ ໂດຍສື່ຕ່າງປະເທດຫຼາຍສໍານັກໄດ້ແຊພາບນີ້ອອກໄປພ້ອມທັງບອກວ່າ “ ງົວ 3 ໂຕນີ້ເປັນງົວທີ່ໂຊກດີທີ່ສຸດໃນໂລກ ”.

ສ່ວນການປະເມີນຄວາມເສຍຫາຍທີ່ເກີດຈາກແຜ່ນດິນໄຫວຄັ້ງນີ້ນັ້ນ ນາຍົກລັດຖະມົນຕີ ຈອນ ຄີ ຂອງນິວຊີແລນເປີດເຜີຍວ່າ ຄວາມເສຍຫາຍຈາກແຜ່ນດິນໄຫວຂະໜາດ 7.8 ຣິກເຕີ ເກີດຂຶ້ນເມື່ອ (ວັນທີ 13 ພະຈິກ )  ແລະຄັ້ງທີສອງ ( ວັນທີ 14 ພະຈິກ ) ໃນລະດັບ 6.2 ຣິກເຕີ ອາດຈະຄິດເປັນມູນຄ່າອາດເປັນຫຼາຍພັນລ້ານດອນລານິວຊີແລນ ໂດຍມີຜູ້ເສຍຊີວິດຢ່າງໜ້ອນ 2 ຄົນ ແລະຍັງເຮັດໃຫ້ຖະໜົນລວມທັງບ້ານເຮືອນໄດ້ຮັບຄວາມເສຍຫາຍ ປະຊາຊົນຈໍ່ນວນຫຼາຍຕ້ອງອົບພະຍົກຂຶ້ນສູ່ທີ່ສູງ ຫຼັງຈາກມີຄໍາເຕືອນເລື່ອງສຶນາມິ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...