spot_img
Homeຂ່າວເຫດການຄົ້ນພົບວັດຖຸບູຮານຍຸກທອງສຳລິດຈຳນວນຫລາຍ ຢູ່ເຂດບໍ່ຄຳເຊໂປນ

ຄົ້ນພົບວັດຖຸບູຮານຍຸກທອງສຳລິດຈຳນວນຫລາຍ ຢູ່ເຂດບໍ່ຄຳເຊໂປນ

Published on

ancient buddha

 

ທ່ານ ດຣ ທອງລິດ ຫລວງໂຄດ ນັກບູຮານວິທະຍາຈາກກົມມໍລະດົກ ປະຈຳຢູ່ພາກສະໜາມໂຄງການຂຸດຄົ້ນບໍ່ຄຳ -ທອງເຊໂປນ ເມືອງວິລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຕາມການບອກເລົ່າຂອງປະຊາຊົນເຂດບ້ານບຸ່ງຄຳ ເມືອງວິລະບູລີ ທີ່ໄປເຮັດໄຮ່, ເຮັດສວນ ຢູ່ບໍລິເວນພູແທ່ນຄຳວ່າ ໄດ້ພົບເຫັນວັດຖຸບູຮານຢູ່ບໍລິເວນດັ່ງກ່າວ ແລະ ຄະນະສຳຫລວດຕີລາຄາກະທົບຈາກໂຄງການນີ້ ກໍພົບເຫັນວັດຖຸບູຮານຢູ່ເຂດດັ່ງກ່າວເຊັ່ນກັນ ເຊິ່ງຄາດວ່າເປັນ ເຂດແຫລ່ງຜະລິດວັດຖຸທີ່ເຮັດດ້ວຍທອງຂອງຊຸມຊົນຄົນບູຮານ. ດັ່ງນັ້ນ ທາງກົມມໍລະດົກ ຈຶ່ງໄດ້ສົ່ງວິຊາການໂດຍ ສົມທົບກັບພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງວິລະບູລີແຂວງສະຫວັນນະເຂດພ້ອມ ດ້ວຍໜ່ວຍງານມໍລະດົກຂອງ ບໍລິສັດລ້ານຊ້າງມິເນໂຣນ, ຊ່ຽວຊານ ແລະ ວິຊາການຈາກຕ່າງປະເທດລົງຂຸດຄົ້ນ ມາແຕ່ວັນທີ 15 ຕຸລາ 2014 ເປັນຕົ້ນມາ, ໂດຍໄດ້ພົບເຫັນວັດຖຸບູຮານຍຸກທອງສຳລິດທີ່ມີອາຍຸ ຫລາຍກວ່າ 2000 ປີ ເປັນຈຳນວນຫລາຍເຊັ່ນ: ເບົ້າຫລໍ່, ແບບຫລໍ່ຈົນເປັນທີ່ມາຂອງຊື່: “ເປີ້ນເບົ້າຫລໍ່” ນອກນັ້ນ ຍັງໄດ້ພົບເຟື້ອງ ໝໍ້, ໄຫ, ວັດຖຸທີ່ເຮັດດ້ວຍທອງເຊັ່ນ: ຂວານທອງ, ປາຍຫອກ, ອາວຸດ, ໝາກປັດ, ເຄື່ອງມີເຫລັກ, ຂວານຫີນ, ຂຸມ ຝັງສົບ ແລະ ເຄື່ອງອຸທິດເຖິງຄົນຕາຍ ທີ່ສະແດງໃຫ້ເຫັນເຖິງພິທີກຳການຝັງສົບໃນສະໄໝບູຮານ ແລະ ໃນວັນທີ 15 ພະຈິກ 2014 ທ່ານ ດຣ. ບຸນທ່ຽງ ສິຣິບົວພັນ ຫົວໜ້າກົມມໍລະດົມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວພ້ອມດ້ວຍຄະນະ ຈຶ່ງໄດ້ເດີນທາງໄປເບິ່ງການຂຸດຄົ້ນວັດຖຸບູຮານຢູ່ເຂດດັ່ງກ່າວ ແລະ ໄດ້ຮັບຟັງລາຍ ງານຈາກທ່ານ ດຣ. ໄນໂຈ ຈາງ ຊ່ຽວຊານຈາກມະຫາວິທະຍາໄລ ເຈັມສ໌ຄຸກ ປະເທດອົດສະຕາລີວ່າ: ການພົບວັດຖຸ ບູຮານຢູ່ໃນໂຄງການ ແມ່ນໄດ້ພົບເຫັນເລື້ອຍໆເຊິ່ງເມື່ອກ່ອນພວກເຮົາໄດ້ຂຸດຄົ້ນຢູ່ທົ່ງນາງເງືອກ ແລະ ໄດ້ພົບເຫັນ ຮ່ອງຮ່ອຍ ແລະ ວັດຖຸບູຮານໃນລັກສະນະດຽວກັນນີ້ເປັນ ຈຳນວນຫລາຍເຊັ່ນກັນ ເຊິ່ງວັດຖຸດັ່ງກ່າວເປັນສິ່ງທີ່ມີຄຸນ ຄ່າທາງດ້ານ ປະຫວັດສາດ, ຄວນອະນຸຮັກສາ, ສຶກສາຄົ້ນຄວ້າປະຫວັດຄວາມເປັນມາໃນແຕ່ລະຍຸກ, ແຕ່ລະສະໄໝ.

ທ່ານ ດຣ. ໄນໂຈ ໃຫ້ຮູ້ວ່າ: ປັດຈຸບັນພວກເຮົາໄດ້ຄົ້ນພົບອີກຈຸດໜຶ່ງ ທາງດ້ານທິດຕາເວັນອອກຂອງພູແທ່ນຄຳ ເຊິ່ງໄດ້ພົບເຫັນໂຄງຮ່າງໄມ້ບູຮານ ຄາດວ່າເປັນບ່ອນຂຸດເອົາແຮ່ທາດເພື່ອໄປຫລອມໃນສະໄໝກ່ອນ, ສິ່ງສຳຄັນໃນ ແຕ່ລະບອ່ນທີ່ໄດ້ຄົ້ນພົບທາງຄະນະຜູ້ຂຸດຄົ້ນກໍຄືທາງກົມມໍລະດົກ ຈະສະເໜີໄປໃຫ້ບໍລິສັດລ້ານຊ້າງມິເນໂຣນ ໃຫ້ເຮັດ ເປັນເຂດອະນຸລັກ ເພື່ອອະນາຄົດຂ້າງໜ້າ ຈະເປັນບ່ອນສຶກສາຄົ້ນຄວ້າ ແລະ ພັດທະນາເປັນແຫລ່ງທ່ອງທ່ຽວທາງ ປະຫວັດສາດນຳອີກ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...