spot_img
Homeຂ່າວທ້ອງຖິ່ນຄົນເສຍຊີວິດຍ້ອນໝາກັດຫຼາຍກວ່າ 20ຄົນ ໃນໄລຍະ 5 ປີ

ຄົນເສຍຊີວິດຍ້ອນໝາກັດຫຼາຍກວ່າ 20ຄົນ ໃນໄລຍະ 5 ປີ

Published on

ໃນວັນທີ 19 ກັນຍາ 2018 ທີ່ຜ່ານມາ ທາງສູນການແພດສຸຂະສຶກສາ ໄດ້ລາຍງານໃຫ້ຮູ້ວ່າ ຈາກຂໍ້ມູນລາຍງານຂອງສູນວິເຄາະ ແລະ ລະບາດວິທະຍາໃຫ້ຮູ້ວ່າ ໃນໄລຍະ 5 ປີທີ່ຜ່ານມາ ເຊິ່ງນັບຕັ້ງແຕ່ປີ 2012-2017 ມີຄົນຖືກໝາກັດຈຳນວນ 264 ກໍລະນີ ແລະ ມີ 23 ກໍລະນີເສຍຊີວິດຍ້ອນພະຍາດວໍ້. ນອກຈາກນັ້ນ​ ທາງສູນວິເຄາະ ແລະ ລະບາດວິທະຍາ ຍັງໄດ້ຮັບລາຍງານກ່ຽວກັບກໍລະນີໝາກັດໃນທຸກໆປີ.

ດັ້ງນັ້ນ, ເພື່ອປ້ອງກັນພະຍາດວໍ້ທີ່ອາດລະບາດ, ທາງສູນຂ່າວສານການແພດສຸຂະສຶກສາ ຈະລົງໄປຕັ້ງຈຸດເພື່ອສັກຢາກັນພະຍາດວໍ້ໃຫ້ກັບສັດໂດຍສະເພາະແມ່ນໝາ ທ່ານສາມາດນຳໝາຂອງທ່ານໄປສັກວັກຊີນກັບພະຍາດວໍ້ໄດ້ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ, ໃນວັນສຸກທີ 28 ກັນຍາ 2018 ເລີ່ມແຕ່ເວລາ 8:00-17:00 ໂມງ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂ່າວ: ສູນຂ່າວສານການແພດສຸຂະສຶກສາ centre of information and education for health

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...