ມຽນມາປ່ອຍພວກນັກໂທດເກືອບ 7,000 ຄົນ ຮວມທັງຊາວຈີນ 155 ຄົນ ເຊີ່ງໃນອາທິດຜ່ານມານີ້ຖືກຕັດສິນລົງໂທດໃຫ້ຕິດຄຸກຕະຫລອດຊີວິດ ຍ້ອນຕັດໄມ້ແບບຜິດກົດໝາຍ.
ຊາວຈີນເຫລົ່ານີ້ ແມ່ນລວມຢູ່ໃນ ບັນດາຊາວຕ່າງປະເທດ 210 ຄົນທີ່ໄດ້ຮັບການໃຫ້ອະໄພໂທດອີງຕາມລາຍງານອົງການ ຂ່າວຊິນຫົວຂອງທາງການຈີນ ທີ່ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທີ່ອະວຸໂສທ່ານນຶ່ງ
ອົງການຂ່າວຊິນຫົວ ກ່າວວ່າ ພວກນັກໂທດ ຈະຖືກເນລະເທດເລີ່ມໃນວັນພະຫັດມື້ນີ້ ໂດຍໃຫ້ຄວາມເຫັນວ່າຈະເປັນການສືບ ຕໍ່ໃນຮັກສາໄມຕີຈິດມິດຕະພາບ ແລະຄວາມສຳພັນທີ່ດີ ລະຫວ່າງ ປະເທດທັງສອງ ແລະ ຍ້ອນພື້ນຖານທາງດ້ານສັງຄົມ.
ກະຊວງຖະແຫຼງຂ່າວຂອງມຽນມາ ກ່າວວ່າ ພວກນັກໂທດ 6,966 ຄົນ ຈະຖືກປ່ອຍຈາກ ຄຸກຢູ່ໃນທົ່ວປະເທດ ຍ້ອນເຫັນແກ່ມະນຸດສະທຳແລະການສ້າງຄວາມຖືກຕ້ອງປອງດອງຊາດ.
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີນັກໂທດການເມືອງລວມຢູ່ໃນຈຳນວນທີ່ໄດ້ ຮັບອະໄພໂທດຫລືບໍ່ ເີ່ຊງມີຂຶ້ນກ່ອນໜ້າວັນພັກທາງສາສະໜາພຸດ.
ຊາວຈີນຕັດໄມ້ທີ່ຖືກຈັບໃນເດືອນມັງກອນຜ່ານມາ ໃນລະຫວ່າງການປາບປາມການ ລັກລອບຄ້າໄມ້ເຖື່ອນໃນລັດ Kachin ທີ່ຕັ້ງຢູ່ໃນບໍລິເວນຊາຍແດນມຽນມາຕິດກັບຈີນ.
ເມື່ອອາທິດຜ່ານມານີ້ ສານທີ່ເມືອງ Myitkyina ນະຄອນຫຼວງຂອງລັດ Kachin ໄດ້ຕັດ ສິນໃຫ້ຄົນຕັດໄມ້ເຖື່ອນຊາວຈີນ ຕິດຄຸກຕະຫລອດຊີວິດ, ຈີນໄດ້ສະແດງຄວາມວິຕົກ ກັງວົນເປັນຢ່າງຍິ່ງກ່ຽວກັບຄຳຕັດສິນດັ່ງກ່າວແລະທວງໃຫ້ສົ່ງປະຊາຊົນຂອງຕົນກັບຄືນໄປຈີນໂດຍໄວເທົ່າທີ່ຈະໄວໄດ້.