spot_img
Homeຂ່າວຕ່າງປະເທດຄູ່ຮັກອິນໂດເນເຊຍໃຊ້ພຸໄຟໃນການຖ່າຍຮູບພຣີເວດດິ້ງແຕ່ເກີດໄຟໄໝ້ຫຼາຍກວ່າ 300 ໄຮ່

ຄູ່ຮັກອິນໂດເນເຊຍໃຊ້ພຸໄຟໃນການຖ່າຍຮູບພຣີເວດດິ້ງແຕ່ເກີດໄຟໄໝ້ຫຼາຍກວ່າ 300 ໄຮ່

Published on

ຄູ່ຮັກໃນອິນໂດເນເຊຍ ຈັດຊຸດພຸໄຟ ເພື່ອໃຊ້ໃນການຖ່າຍຮູບພຣີເວດດິ້ງ ຈົນເຮັດໃຫ້ໄຟໄໝ້ໃນອຸທະຍານແຫ່ງຊາດເປັນຮ້ອຍໄຮ່.

ໃນວັນທີ 6 ກັນຍາ 2023 ຄູ່ຮັກຄູ່ນີ້ໄດ້ໄປຖ່າຍຮູບພຣີເວດດິ້ງ ທີ່ບູກິດ ເທເລທັບບີ (Bukit Teletubbies) ເຊິ່ງເປັນຈຸດຖ່າຍຮູບທີ່ຄົນນິຍົມໄປຖ່າຍ ໃນເຂດອຸທິຍານແຫ່ງຊາດ ໂບຣໂມເທງເກີເມຣູ  (Bromo Tengger Semeru) ໃນແຂວງຊະວາ ຂອງປະເທດອິນໂດເນເຊຍ.

ເມື່ອທັງສອງໃຊ້ພຸໄຟ ເພື່ອຫວັງໃຫ້ຮູບອອກມາງາມ ແຕ່ສິ່ງບໍ່ຄາດຄິດກໍ່ເກີດຂຶ້ນໄຟໄໝ້ທົ່ງຫຍ້າ ລາມໄປເປັນໄຟໄໝ້ປ່າທຳລາຍປ່າກວ່າ 300 ໄຮ່ ພາຍໃນ 5 ມື້.

ຈາກເຫດດັ່ງກ່າວ ເຮັດໃຫ້ອຸທິຍານແຫ່ງຊາດປະກາດປິດຢ່າງບໍ່ມີກຳນົດ ເພື່ອອຳນວບຄວາມສະດວກໃຫ້ເຈົ້າໜ້າທີ່ໃນການດັບໄຟ ແລະ ເພື່ອຄວາມປອດໄພຂອງປະຊາຊົນ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ໄດ້ຈັບຕົວເອົາຜູ້ກ່ຽວຂ້ອງ 6 ຄົນ ໂດຍໃຫ້ຜູ້ຈັດການບໍລິສັດທີ່ໃຫ້ບໍລິການຖ່ານຮູບພຣີເວດດິ້ງເປັນຜູ້ຖືກສົງໄສ ເຊິ່ງອາດຮັບໂທດຈຳຄຸກສູງສຸດ 5 ປີ ແລະ ປັບໃໝ 1.500 ລ້ານຣູເປຍ ຫຼື 1.948 ລ້ານກີບ ສ່ວນອີກ 5 ຄົນທີ່ເຫຼືອຍັງຢູ່ໃນສະຖານະພະຍານ.

ສຳລັບນັກທ່ອງທ່ຽວທີ່ຊື້ປີ້ທ່ອງທ່ຽວພູເຂົາໄຟໂບຣໂມ ໃນທາງອອນລາຍແລ້ວ ສາມາດແຈ້ງປ່ຽນກຳນົດໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...