spot_img
Homeຂ່າວທ້ອງຖິ່ນຄວາມທຸກຍາກຍັງເປັນສາເຫດຕົ້ນຕໍທີ່ຄົນລາວເຂົ້າສູ່ຂະບວນການຄ້າມະນຸດໄດ້ງ່າຍ

ຄວາມທຸກຍາກຍັງເປັນສາເຫດຕົ້ນຕໍທີ່ຄົນລາວເຂົ້າສູ່ຂະບວນການຄ້າມະນຸດໄດ້ງ່າຍ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງໃຫ້ຮູ້ວ່າ: ການຄ້າມະນຸດຍັງເປັນບັນຫາ ແລະ ປະກົດ ການຫຍໍ້ທໍ້ ທີ່ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ປະເທດລາວ ແລະ ປະເທດອື່ນໆ ໃນໂລກ, ສາເຫດຕົ້ນຕໍທີ່ປະຊາຊົນລາວເຮົາຖືກຕົວະຍົວະຫຼອກລວງ ໃຫ້ເຂົ້າສູ່ຂະບວນການຄ້າມະນຸດ ກໍຍັງແມ່ນຄວາມທຸກຍາກ, ຄວາມແຕກໂຕນທາງດ້ານເສດຖະກິດ ແລະ ໂອກາດໃນການເຮັດວຽກ ຂອງປະເທດລາວ ກັບບັນດາປະ ເທດທີ່ພັດທະນາແລ້ວ.

ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວທີ່ກອງປະຊຸມສຳມະນາກ່ຽວກັບບົດບາດຂອງສື່ມວນຊົນ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້  ທີ່ສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ, ນະຄອນຫຼວງວຽງຈັນວ່າ: ປັດໄຈຕົ້ນຕໍ ທີ່ເຮັດໃຫ້ບັນຫາການຄ້າມະນຸດຮ້າຍແຮງຂຶ້ນກວ່າເກົ່າ ແມ່ນການຂາດຄວາມຮູ້ກ່ຽວກັບຄວາມສ່ຽງ, ຄວາມອັນຕະລາຍ ແລະ ຮູບແບບ ຂອງການຄ້າມະນຸດ ທີ່ນາຍໜ້າ ແລະ ນັກຄ້າມະນຸດນຳໃຊ້ ທັງປັບປ່ຽນເປັນປະຈຳ.

ນອກຈາກນີ້, ແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ ບວກກັບຈຳນວນແຮງງານທີ່ຢູ່ພາຍໃນປະເທດ ບໍ່ມີວຽກເຮັດງານທຳ ແລະ ຂາດໂອກາດໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງຈະເຮັດໃຫ້ພວກເຂົາມີຄວາມສ່ຽງສູງຂຶ້ນ ຕໍ່ການຖືກຕົວະຍົວະຫຼອກລວງ ໃຫ້ເຂົ້າສູ່ຂະບວນການຄ້າມະນຸດ ແລະ ສະແຫວງຫາຜົນປະໂຫຍດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...