spot_img
Homeຂ່າວການສຶກສາຂ່າວດ່ວນ ກະຊວງສຶກສາ ສັງໂຈະສອບເສັງ ນັກຮຽນ ມ 7 ໃນຕອນເຊົ້າມື້ນີ

ຂ່າວດ່ວນ ກະຊວງສຶກສາ ສັງໂຈະສອບເສັງ ນັກຮຽນ ມ 7 ໃນຕອນເຊົ້າມື້ນີ

Published on

ຂ່າວດ່ວນ: ກະຊວງສຶກສາ ສັງໂຈະສອບເສັງ ນັກຮຽນ ມ 7 ໃນຕອນເຊົ້າມື້ນີ ເຊິ່ງເປັນວັນສຸດ ທ້າຍເນື່ອງຈາກ ພົບບັນຫາ ບົດສອບເສັງຮົ່ວ ເກືອບທຸກວິຊາ.

ຈາກການລາຍງານຂອງນັກຮຽນ ຢູ່ ມສ ສັນຕິພາບ ຫຼວງພະບາງ, ໂຮງຮຽນ ທີ່ໄຊຍະບູລີ ແລະ ແຂວງອື່ນໆ ທັງໃນ ນະຄອນຫຼວງວຽງຈັນ.

ນັກຮຽນທີ່ໄປເສັງມື້ນີ້ແມ່ນຖືກແຈ້ງ ໃຫ້ໂຈະການສອບເສັງ. ເຊິ່ງທາງກະຊວງສຶກສາ ແລະ ກິລາ ຈະໄດ້ມີການກວດສອບ ບັນຫານີ້ວ່ ແມ່ນໃຜ ທີ່ເຮັດໃຫ້ບົດສອບເສັງຮົ່ວ. ເພາະວ່າ ຍັງບໍ່ທັນຮອດມືເສັງ ກໍ່ມີບັນດາ ບົດສອບຖືກສົ່ງຕໍ່ກັນຫຼາຍ ໂດຍສະເພາະຜ່ານສື່ມີເດຍ. ເປັນຕົ້ນແມ່ນ ໂປແກມ LINE ທີ່ສ້າງມາສ້າງເປັນກຸ່ມ ແລ້ວ ຜູ້ທີ່ຊ່ວຍໃນການແກ້ຄຳຕອບ ສົ່ງໄປໃຫ້ຄົນໃນກຸ່ມ.
ຈາກການລັກຖາມນັກຮຽນຜູ້ໜື່ງບອກວ່າ, ລາວໄດ້ຮັບຂໍ້ມູນ ຄຳຖາມສອບເສັງກ່ອນ ລາວເຂົ້າຫ້ອງ ເຊິ່ງເຫັນ ວ່າເປັນຂໍ້ມູນ ຄືກັບ ຄຳຖາມຕົວຈິງ.
ແລະ ຍັງມີ ເຟສບຸກ ຂອງນັກສຶກສາຜູ້ໜື່ງ ຂຽນລົງວ່າ: ຊ່ວຍເບິ່ງແດ່ ການອບເສັງປີນີ້ ຍັງບໍ່ທັນຮອດມື້ເສັງ ຊ້ຳຄຳຖາມຄຳຕອບ ອອກມາກ່ອນແລ້ວ. ຍັງບໍ່ທັນຮອດມືເສັງໄດ້ນີ້. ເປັນແບບນີ້ທຸກວິຊາ. ຄັນແມ່ນແທ້ ປະເທດຊາດເຮົາ……
ເລື່ອງນີ້ຝາກໃຫ້ທາງພາກສ່ວນກ່ຽວຂ້ອງກວດສອບຢ່າງຈິງຈັງ ແລະ ລົງໂທດຜູ້ເຮັດໃຫ້ການສອບເສັງນີ້ຕ້ອງໄດ້ໂຈະ.

11535867_1003641969667475_605919864923939086_n

ລາຍງານໂດຍ: ນັກຂ່າວສັນຈອນ ແລະໂທລະໂຄ່ງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...