spot_img
Homeຂ່າວການສຶກສາຂ່າວຂໍ້ສອບຮົ່ວ ອາດຈະເປັນພຽງຂ່າວລື

ຂ່າວຂໍ້ສອບຮົ່ວ ອາດຈະເປັນພຽງຂ່າວລື

Published on

11535867_1003641969667475_605919864923939086_n-300x235

ຈາກເຫດການທີ່ທາງກະຊວງ ສຶກສາທິການແລະກິລາ ໄດ້ສັ່ງໂຈະການສອບເສັງຈົບຊັ້ນ ມັດທະຍົມປີທີ 7 ເມື່ອຕອນເຊົ້າຂອງວັນທີ 26 ມິຖຸນາ 2015 ທີ່ຜ່ານມານັ້ນ ເຮັດໃຫ້ກາຍເປັນກະແສຂ່າວຮ້ອນແຮງທີ່ສຸດ ທີ່ບໍ່ເຄີຍມີມາກ່ອນໃນວົງການສຶກສາຂອງລາວ. ຕໍ່ເຫດການດັ່ງກ່າວ ທີມຂ່າວ ລາວໂພສຕ໌ ໄດ້ພະຍາຍາມນຳສະເໜີຫຼາຍແງ່ມູມ ທັງເປັນທາງການແລະບໍ່ເປັນທາງການ.
ຫຼ້າສຸດທີມຂ່າວພວກເຮົາໄດ້ຂໍທັດສະນະ ຈາກຫຼາຍພາກສ່ວນ ໂດຍສະເພາະແມ່ນ ພາກສ່ວນສຶກສາ-ກິລາ ແລະໄດ້ໃຫ້ຄຳເຫັນໄປໃນທາງດຽວກັນ ຄືຂ່າວຂໍ້ສອບຮົ່ວ ອາດຈະເປັນພຽງຂ່າວລື ຍ້ອນຄວາມເຂົ້າໃຈຜິດຊື່ໆ ແລ້ວມີຜູ້ທີ່ເຂົ້າໃຈຜິດນັ້ນສົ່ງຕໍ່ສິ່ງນັ້ນ ລົງໃນເຄືອຂ່າຍສັງຄົມອອນລາຍນ໌ ເັຮດໃຫ້ເລື່ອງລາວດັ່ງກ່າວດັງກະຫື່ມຂຶ້ນ ຈົນເຖິງຂັ້ນວ່າ ຂັ້ນເທິງທີ່ກ່ຽວຂ້ອງ ຕ້ອງສັ່ງໂຈະການສອບເສັງໄວ້ ເພື່ອກວດສອບຄືນກ່ອນ ເປັນບາງວິຊາທີ່ບໍ່ທັນເສັງແລ້ວ.
ຖາມວ່າຂ່າວລືດັ່ງກ່າວເກີດຂຶ້ນໄດ້ຈັ່ງໃດນັ້ນ, ທາງທີມຂ່າວພວກເຮົາໄດ້ປຶກສາກັນກັບ ຫຼາຍພາກສ່ວນແລະໄດ້ທັດສະນະມາວ່າ ອາດຈະເກີດຈາກ 2 ສາເຫດຄື:
1. ຂ່າວລືຕ່າງໆ ມັກຈະເກີດຂຶ້ນພາຍຫຼັງສອບເສັງວິຊານັ້ນໆ ສຳເລັດລົງແລ້ວ ເພາະປະຕິເສດບໍ່ໄດ້ວ່າມີນັກຮຽນຈຳນວນໜຶ່ງ ມັກຈະລັກລອບເອົາບົດຮຽນທີ່ຄາດວ່າ ຈະອອກໃນຫົວບົດສອບເສັງເຂົ້າຫ້ອງເສັງ ແລ້ວອາດຈະມີການສົ່ງຕໍ່ຂໍ້ມູນນັ້ນໄປຍັງ ບຸກຄົນອື່ນໆ ທັງທາງໃບເຈ້ຍ ແລະທາງເຄື່ອງມືສື່ສານ.
2. ກ່ອນຈະຮອດມື້ສອບເສັງແທ້ໆ ຫຼືຢູ່ໃນໄລຍະຄົ້ນຄວ້າບົດຮຽນ ເພື່ອກະກຽມການສອບເສັງ ຄູ-ອາຈານຫຼາຍໂຮງຮຽນ ມັກຈະເອົາຫົວບົດສອບເສັງເກົ່າໆ ຂອງປີທີ່ຜ່ານມາ ຫຼືມີການແຕ່ງຫົວບົດສອບເສັງພາງ (ຫົວບົດສອບເສັງເພື່ອຄົ້ນຄວ້າ) ໃຫ້ແກ່ນັກຮຽນ ເພື່ອຈະໄດ້ສຶກສາຄົ້ນຄວ້າກ່ອນຮອດ ມື້ເສັງຈິງ. ດັ່ງນັ້ນ, ຈຶ່ງມີຄວາມເປັນໄປໄດ້ວ່າ ຫົວບົດສອບເສັງພາງຂອງທາງໂຮງຮຽນ ອອກໃຫ້ນັກຮຽນຄົ້ນຄວ້ານັ້ນ ມີບາງຫົວຂໍ້ມີເນື້ອໃນຄຳຖາມ-ຄຳຕອບ ກົງກັນກັບຫົວບົດສອບເສັງ ທີ່ອອກໂດຍສູນກາງ ແລະເມື່ອຖືກສົ່ງຕໍ່ກັນໄປທາງສື່ສັງຄົມ ອອນລາຍນ໌ແລ້ວ ກໍສາມາດສ້າງຄວາມເຂົ້າໃຈຜິດ ໃຫ້ຜູ້ພົບເຫັນວ່າ “ຫົວບົດສອບເສັງຮົ່ວ”

ລາຍງານໂດຍ: ທີ່ມຂ່າວລາວໂພສຕ໌

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...