spot_img
Homeຂ່າວທ້ອງຖິ່ນຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈະເປີດ ນຳໃຊ້ເປັນທາງການ ໃນເດືອນພຶດສະພາ 2025

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຈະເປີດ ນຳໃຊ້ເປັນທາງການ ໃນເດືອນພຶດສະພາ 2025

Published on

ໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ລະຫວ່າງ ແຂວງບໍລິຄໍາໄຊ ສປປ ລາວ ແລະ ແຂວງບຶງການ ຣາຊະອານາຈັກໄທ ຄາດວ່າ ຈະເປີດນໍາໃຊ້ຢ່າງເປັນທາງການ ໃນເດືອນພຶດສະພາ 2025 ທີ່ຈະມາເຖິງນີ້, ເຊິ່ງມາຮອດປັດຈຸບັນ ການກໍ່ສ້າງໂດຍລວມ ສໍາເລັດແລ້ວ ຫຼາຍກວ່າ 94%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ໄດ້ໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ການກໍ່ສ້າງໂດຍລວມ ທີ່ຢູ່ໃນສ່ວນຮັບຜິດຊອບຂອງຝ່າຍລາວ ສຳເລັດແລ້ວ 96,64%. ໃນນັ້ນ, ການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ ເສັ້ນທາງເຂົ້າຫາຂົວ, ຕຶກອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກ ແມ່ນໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 100% ແລະ ໄດ້ມີການກວດກາຢັ້ງຢືນຜົນສໍາເລັດໃນເດືອນມີນາ 2024 ທີ່ຜ່ານມາ, ສໍາລັບບັນດາໜ້າວຽກການກໍ່ສ້າງຂົວກາງນ້ຳ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 94,76%. ຢ່າງໃດກໍຕາມ, ໂຄງການດັ່ງກ່າວ ມີຄວາມຊັກຊ້າເກີນແຜນການທີ່ກໍານົດໄວ້ໃນເບື້ອງຕົ້ນ ໃນປີ 2024 ເນື່ອງຈາກບັນຫາໂຄວິດ-19.

ການກໍ່ສ້າງຂົວກາງນ້ຳຂອງ ຕາມແຜນຈະຈັດພິທີເທເບຕົງເຊື່ອມຈອດຈຸດໃຈກາງຂອງຂົວ ໃນເດືອນມີນາ ແລະ ພິທີເປີດນໍາໃຊ້ຂົວດັ່ງກ່າວ ຢ່າງເປັນທາງການ ໃນເດືອນພຶດສະພາ 2025 ທີ່ຈະມາເຖິງນີ້, ລວມທັງການສ້າງບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງ ເພື່ອຮອງຮັບພາຍຫຼັງມີການເປີດນຳໃຊ້ຂົວ ເຊິ່ງເປັນ 2 ກິດຈະກໍາທີ່ສໍາຄັນໃນການສະເຫລີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 75 ປີ ແລະ ເປັນການຕອບສະໜອງຕໍ່ນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ທາງດ້ານຄົມມະນາຄົມ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ-ໄທ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...