spot_img
Homeຂ່າວພາຍ​ໃນຂົວມິດຕະພາບ ລາວ-ໄທ ມີຄົນຜ່ານດ່ານ ເຂົ້າ-ອອກ ຫຼາຍເຖິງ 4000 ຄົນ

ຂົວມິດຕະພາບ ລາວ-ໄທ ມີຄົນຜ່ານດ່ານ ເຂົ້າ-ອອກ ຫຼາຍເຖິງ 4000 ຄົນ

Published on

ລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນ ໄຫວວຽກງານຂອງດ່ານ ເຫັນວ່າ:

ຢູ່ທີ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃນໄລຍະວັນທີ 9-12 ພຶດສະພາ ມີຄົນຜ່ານດ່ານ ຂາເຂົ້າ ຈຳນວນ 1.619 ຄົນ; ຂາອອກ ຈໍານວນ 2.101 ຄົນ; ມີລົດເຂົ້າ 260 ຄັນ ແລະ ລົດອອກ 956 ຄັນ.

ສໍາລັບຢູ່ສະໜາມບິນສາກົນວັດໄຕ, ໃນປະຈຸບັນ ມີສາຍການບິນ ເຂົ້າ-ອອກປະເທດ ຈຳນວນ 18 ຖ້ຽວ/ອາທິດ, ບິນໄປ 6 ປະເທດ ຄື: ເກົາຫຼີໃຕ້, ໄທ, ຫວຽດນາມ, ສິງກະໂປ, ຈີນ ແລະ ມາເລເຊຍ; ໃນໄລຍະແຕ່ວັນທີ 9-12 ພຶດສະພາ ມີຜູ້ໂດຍສານຂາເຂົ້າຕ່າງປະເທດ ຈໍານວນ 691 ຄົນ; ຜູ້ໂດຍສານຂາອອກຕ່າງປະເທດ ຈຳນວນ 861 ຄົນ.

ສະເພາະ ສາຍການບິນພາຍໃນ ມີສາຍການບິນລາວ ແລະ ສາຍການບິນລາວສະກາຍເວ,ໃນນັ້ນ ສາຍການບິນລາວ ບິນໄປ 7 ແຂວງ ຄື: ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ; ສາຍການບິນລາວສະກາຍເວ ບິນໄປ 9 ແຂວງ ຄື: ຈຳປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.

ດ່ານສາກົນໄດ້ປະຕິບັດມາດຕະການ ເຂົ້າ-ອອກ ສປປ ລາວ ຕາມແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 7 ພຶດສະພາ 2022; ກໍລະນີ ມີບັນຫາຕ່າງໆເກີດຂຶ້ນ ແມ່ນໃຫ້ລາຍງານຂັ້ນເທິງ ດ້ວຍຄວາມວ່ອງໄວ ແລະ ທັນການ; ກວດກາຄືນ ບັນດານິຕິກຳ ທີ່ຮັບໃຊ້ໜ້າທີ່ວຽກງານ ຖ້າຫາກຍັງມີຈຸດໃດ ທີ່ເຫັນວ່າ ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນຄົບຖ້ວນ ແມ່ນໃຫ້ນຳສະເໜີພາກສ່ວນກ່ຽວຂ້ອງ ພິຈາລະນາປັບປຸງແກ້ໄຂ ຕາມຂັ້ນຕອນ ແລະ ລະບຽບການ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...