ຂົວຂ້າມນ້ຳຂອງ ລາວ-ໄທ ແຫ່ງທີ V ຄືບໜ້າ 32%

0
1128

ລາຍງານຄວາມຄືບໜ້າ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຂອງຝັ່ງລາວ ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນໍ້າຂອງ ແລະ ສັນຍາທີ 2 ແມ່ນສັນຍາກໍ່ສ້າງທາງເຂົ້າຂົວ ແລະ ກໍ່ສ້າງອາຄານດ່ານກວດຄົນເຂົ້າ-ອອກເມືອງ, ມີມູນຄ່າລວມທັງໝົດ 1,1 ຕື້ກວ່າບາດ, ສະເລ່ຍຄວາມຄືບໜ້າທັງ 2 ສັນຍາ ຕາມແຜນການລວມຮອດທ້າຍເດືອນ 03/2022 ເທົ່າກັບ 31,95%, ປະຕິບັດໄດ້ຕົວຈິງ 40,88%, ລື່ນຄາດໝາຍ 8,92%.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ຝັ່ງລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງບໍລິຄຳໄຊວ່າ: ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ສັນຍາທີ 1 ກໍ່ສ້າງຂົວປະຕິບັດໄດ້ເລັດແລ້ວ 32,7 %, ລື່ນແຜນການ 14 %, ປັດຈຸບັນ ກຳລັງສຸມໃສ່ການກໍ່ສ້າງຂົວໃນສັນຍາທີ 1 ໂດຍການເຈາະ ແລະ ເທເບຕົງເສົາເຂັມທີ່ຍັງເຫຼືອ ຢູ່ເສົາຂົວກາງນ້ຳໃຫ້ສຳເລັດກ່ອນລະດູຝົນທີ່ຈະມາເຖິງນີ້ ຈຳນວນ 8 ຕົ້ນ ຢູ່ກາງຂອງ 3 ຕົ້ນ ແລະ ຢູ່ເທິງບົກ 5 ຕົ້ນ, ການກໍ່ສ້າງພົບສິ່ງທ້າທາຍຫຼາຍດ້ານເຊັ່ນ ການລະບາດຂອງເຊື້ອພະຍາດໂຄວິດ-19, ການປ່ຽນແປງສະພາບດິນຟ້າອາກາດ ແລະ ປັດໄຈອື່ນໆ ທີ່ເຮັດໃຫ້ນໍ້າຂອງຂຶ້ນລົງຜິດປົກກະຕິ.

ສໍາລັບການກໍ່ສ້າງສັນຍາ 2 ຄື ການກໍ່ສ້າງອາຄານດ່ານ ແລະ ເສັ້ນທາງ ເຫັນວ່າປະຕິບັດໄດ້ 49% ລື່ນແຜນ 4% ແລະ ຄາດວ່າທ້າຍເດືອນພຶດສະພາປີ 2022 ນີ້ ຈະໃຫ້ສຳເລັດປູເບຕົງເສັ້ນທາງ, ສ່ວນອາຄານດ່ານຈະເລັ່ງໃຫ້ໄດ້ມຸງຫຼັງຄາ ເພື່ອສ້າງສິ່ງອຳນວຍການກໍ່ສ້າງດ້ານອື່ນໆ ໃນໄລຍະລະດູຝົນ ຄາດວ່າທັງສອງສັນຍາ ຈະໃຫ້ສຳເລັດໃນທ້າຍປີ 2023 ຕາມສັນຍາ.

ແຫຼ່ງຂ່າວຈາກ ຂປລ. ແຂວງບໍລິຄຳໄຊ