spot_img
Homeຂ່າວຄາດຕະກຳກໍ່ເຫດຄາດຕະກຳ ຍ້ອນຫຶງຫວງ!!

ກໍ່ເຫດຄາດຕະກຳ ຍ້ອນຫຶງຫວງ!!

Published on

ທ້າວ ແຫຼ້ ອາຍຸ 66 ປີ ພັກເຊົາຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຄາດຕະກຳເມຍ ຊື່ນາງ ຄໍາຫວານ ຍ້ອນຄວາມຫຶງຫວງ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.

ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ວັນທີ 27 ມິຖຸນາ 2022, ໄດ້ຮັບແຈ້ງຈາກບ້ານຜາງແຫ້ງວ່າ: ໄດ້ພົບເຫັນຊາກສົບຄົນຢູ່ໜອງນໍ້າ ເຂດບ້ານຜາງແຫ້ງ ຈິ່ງໄດ້ແຕ່ງຕັ້ງກຳລັງລົງກວດກາຊັນນະສູດສະຖານທີ່ເກີດເຫດ ພົບເຫັນຊາກສົບເປັນເພດຍິງ ຊື່ນາງ ຄໍາຫວານ ອາຍຸ 55 ປີ ພັກເຊົາຢູ່ບ້ານຜາງແຫ້ງ ເມືອງນາຊາຍທອງ ເກັບກໍາຂໍ້ມູນຫຼັກຖານເບືອງຕົ້ນຮູ້ໄດ້ວ່າ ນາງ ຄຳຫວານ ຖືກຜົວລົງມືຄາດຕະກໍາ, ຮອດເວລາ 14:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶງຕິດຕາມຈັບຕົວ ທ້າວ ແຫຼ້ ຢູ່ເຂດບ້ານນາຝາຍ ເມືອງທຸລະຄົມ ແຂວງວຽງຈັນ ມາດຳເນີນຄະດີ.

ຜ່ານການສອບສວນ ທ້າວ ແຫຼ້ ສາລະພາບວ່າ: ໄດ້ລົງມືຄາດຕະກໍານາງ ຄຳຫວານ ຜູ້ເປັນເມຍ ສາເຫດເກີດມາຈາກ ການຫຶງ ຜິດຖຽງກັນຮຸນແຮງ, ມີການທົບທາງດ້ານຈິດໃຈ ຈົນບໍ່ສາມາດຢັບຢັ້ງຈິດໃຈຕົນເອງໄດ້ ໃນວັນທີ 11 ພຶດສະພາ 2022 ລົງມືຄາດຕະກໍານາງ ຄຳຫວານ ດ້ວຍວິທີໃຊ້ມືກົດຫົວເມຍລົງໜອງນໍ້າ ປະມານ 2 ນາທີ ພາໃຫ້ຂາດອາກາດຫາຍໃຈ ເປັນເຫດໃຫ້ເສຍຊີວິດ; ຫຼັງຈາກນັ້ນ ກໍ່ກັບຂຶ້ນໄປນອນ;

ຈົນຕົກມາຮອດເວລາ 6:00 ໂມງ ຂອງວັນທີ 12 ພຶດສະພາ 2022 ເຫັນຊາກສົບຟູນໍ້າຂຶ້ນມາ ຈິ່ງໄດ້ເອົາຊາກສົບໃສ່ກະສອບເປົາພ້ອມທັງເອົາດິນບ໋ອກສອງກ້ອນມັດໃສ່ສາຍເຫຼັກລວດເຕັງໄວ້,ແລ້ວໄປຍັດໃສ່ກ້ອງກະຊັງປາ ຈາກນັ້ນກໍ່ເອົາຕົວຫຼົບໜີ ໄປຢູ່ແຂວງວຽງຈັນ; ມາຮອດວັນ 27 ມິຖຸນາ 2022 ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.

ຕໍ່ກັບຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ອອກຄຳສັ່ງເປີດການສືບສວນ ສອບສວນ ສະຫຼຸບສໍານວນຄະດີສົ່ງໄອຍະການ ປະຊາຊົນ ດໍາເນີນຄະດີຕາມກົດໝາຍ.

ຂໍ້ມູນ: ຄວາມສະຫງົບນະຄອນຫຼວງ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...