spot_img
Homeປະຊາສຳພັນກົມອຸຕຸນິຍົມ ແລະ ອຸທົກກະສາດເຕືອນ ລະວັງຝົນຕົກຟ້າຄະນອງ!

ກົມອຸຕຸນິຍົມ ແລະ ອຸທົກກະສາດເຕືອນ ລະວັງຝົນຕົກຟ້າຄະນອງ!

Published on

storm-01

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 8-11 ກໍລະກົດນີ້, ຮ່ອງຄວາມກົດດັນອາກາດຕ່ຳ ຍັງຈະສືບຕໍ່ພັດຜ່ານພາກ ເໜືອຫາພາກກາງຂອງລາວ, ສົມ ທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະ ເຮັດໃຫ້ມ ຝົນຕົກຟ້າຄະນອງໃນລະດັບຄ່ອຍ ເປັນວົງກວ້າງ ແລະ ຕົກປານກາງ, ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນ ໃນແຕ່ລະພາກ. ຈາກນັ້ນວັນທີ 12-14 ກໍລະກົດນີ້, ບໍລິເວນຄວາມ ກົດດັນຕ່ຳຂອງອາກາດຮ້ອນຈະ ປົກຄຸມຢູ່ທົ່ວທຸກ ພາກຂອງລາວ, ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ມີທ່າອ່ຽງເພີ່ມກຳລັງແຮງຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີ ຝົນຕົກຟ້າຄະນອງຫລາຍຂຶ້ນຢູ່ແຕ່ລະພາກໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດ, ນັບ ທັງນະຄອນຫລວງວຽງຈັນ.

ສະພາບອາກາດ ໃນໄລຍະນີ້ ຍັງຈະສືບຕໍ່ຮ້ອນທຳມະດາ, ໂດຍ ສະເພາະຢູ່ແຂວງພາກເໜືອດ້ານຕາ ເວັນຕົກລົງ ຫາພາກກາງ ແລະ ພາກໃຕ້. ຈາກນັ້ນກາງຫາທ້າຍ ອາທິດອຸນຫະພູມອາກາດໂດຍທົ່ວໄປຈະເຢັນລົງເລັກນ້ອຍຢູ່ແຕ່ລະພາກ, ໂດຍສະເພາະ ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ພູພຽງບໍລະເວນປາກຊ່ອງ.

ສະເພາະວັນທີ 10 ກໍລະກົດນີ້, ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງຢູ່ແຂວງພາກກາງຫາພາກໃຕ້ ແລະ ວັນທີ 11-14 ຈະມີຝົນຕົກຟ້າຄະນອງຫລາຍຂຶ້ນຢູ່ແຕ່ລະພາກພ້ອມມີລົມພັດແຮງເປັນບາງໂອກາດ, ຍ້ອນລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກຳລັງເພີ່ມຂຶ້ນພັດປົກຄຸມ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...