spot_img
Homeຂ່າວຕ່າງປະເທດກຸ່ມຕິດອາວຸດ ບຸກຄລີນິກພະຍາດອີໂບລາ ຍ້ອນບໍ່ເຊື່ອວ່າມີການລະບາດແທ້ຈິງ!

ກຸ່ມຕິດອາວຸດ ບຸກຄລີນິກພະຍາດອີໂບລາ ຍ້ອນບໍ່ເຊື່ອວ່າມີການລະບາດແທ້ຈິງ!

Published on

 

ກອງກຳລັງຕິດອາວຸດ ບຸກໂຈມຕີຄລີນິກປິ່ນປົວຜູ້ຕິດເຊື້ອອີໂບລາໃນໄລບີເຣຍ ຍ້ອນຂ່າວລືວ່າທາງການສ້າງເລື່ອງ

ຂີ້ຕົວະກ່ຽວກັບການລະບາດຂອງພະຍາດອີໂບລາ.

 

ສື່ຕ່າງປະເທດລາຍງານ ເມື່ອວັນທີ 17 ສິງຫາ ຜ່ານມານີ້ວ່າ ມີກອງກຳລັງຕິດອາວຸດບຸກໂຈມຕີຄລີນິກປິ່ນປົວຜູ້ຕິດ

ເຊື້ອພະຍາດອີໂບລາ ໃນປະເທດໄລບີເຣຍ ໂດຍຜູ້ທີ່ພົບເຫັນເຫດການໄດ້ກ່າວວ່າ ເຫັນກຸ່ມຊາຍສະກັນຕິດອາວຸດບໍ່

ຮູ້ຈຳນວນ ພັງປະຕູບຸກເຂົ້າທຳລາຍອາຄານຄລີນິກຜູ້ຕິດເຊື້ອອີໂບລາ ໃນເມືອງຫຼວງມັນໂຣເວຍ ເຊິງຄາດວ່າມີຜູ້

ຕິດເຊື້ອ 29 ຄົນ ອາດຫຼົບໜີລະຫວ່າງເກີດການໂຈມຕີ.

 

ການໂຈມຕີດັ່ງກ່າວ ແມ່ນເກີດຂຶ້ນພຽງ 1 ວັນ ຫຼັງຈາກມີການໂຄສະນາຊວນເຊື່ອ ດ້ວຍການປະກາດວ່າ ບໍ່ມີການ

ແຜ່ລະບາດຂອງພະຍາດອີໂບລາໃນອາຟຣິກາຕາເວັນຕົກ, ໄວຣັສອີໂບລາ ທີ່ມີລາຍງານວ່າກຳລັງແຜ່ລະບາດນັ້ນ

ເປັນພຽງເລື່ອງຂີ້ຕົວະ, ໃນຂະນະທີ່ອົງການອານາໄມໂລກໄດ້ລະບຸວ່າ ໄລບີເຣຍ ເປັນປະເທດທີ່ມີຜູ້ຕິດເຊື້ອຈາກໄວ

ຣັສດັ່ງກ່າວຫຼາຍທີ່ສຸດ ໃນຈຳນວນຜູ້ຕິດເຊື້ອໃນທົ່ວໂລກ ຢູ່ທີ່ປະມານພັນກ່ວາຄົນ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...