spot_img
Homeຂ່າວທ້ອງຖິ່ນກິດຈະກໍາຕ່າງໆ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2561 ຄສ 2018 ທີ່ນະຄອນຫຼວງວຽງຈັນ

ກິດຈະກໍາຕ່າງໆ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2561 ຄສ 2018 ທີ່ນະຄອນຫຼວງວຽງຈັນ

Published on

ຊາວນະຄອນຫຼວງວຽງຈັນມ່ວນຊື່ນຄຶກຄື້ນຕະຫຼອດປີໃໝ່ກັບກິດຈະກໍາຕ່າງໆ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2561 ຄສ 2018 ທີ່ນະຄອນຫຼວງວຽງຈັນ

1. ງານແຫ່ພະພຸດທະຮູບມິ່ງບ້ານມິ່ງເມືອງ
– ວັນເສົາທີ 14 ເມສາ 2018, ເວລາ 13:00 ເຕົ້າໂຮມຂະບວນຢູ່ຕໍ່ໜ້າວັດອິນແປງ.
– ເວລາ 13: 40 ນາທີ ທໍາພິທີທາງສາດສະໜາ, ສູດໄຊຍັນໂຕ.
– ເວລາ 13: 55 – 14:10 ທໍາພິທີຂອບໄຂ່ວ ແລະ ອັນເຊີນພະພຸດທະຮູບມິ່ງບ້ານຂວັນເມືອງຂຶນລົດແຫ່.
– ເວລາ 14: 10-14:20 ຄະນະຈັດຕັ້ງພິທີ ຮຽນເຊີນການນໍາ ແລະ ສະເໜີແຂກທີ່ຖືກເຊີນເຂົ້າສູ່ຂະບວນແຫ່.
– ເວລາ 14:20 -16:00 ຂະບວນແຫ່ ດໍາເນີນໄປຕາມເສັ້ນທາງເສດຖາທິລາດ ໄປຫານໍ້າພຸ ລ້ຽວອອກເສັນທາງຟ້າງຸ່ມ ໄປຫາວົງວຽນປາກປ່າສັກ ແລ້ວກັບມາຫາໄຟແດງວັດອິນແປງ ຈົນເຖິງເວລາ 16:00 ເປັນອັນຈົບພິທີແຫ່. ຈາກນັ້ນ, ເຊີນການນໍາ ແລະ ແຂກທີ່ມີກຽດລົງທ່ຽວຊົມບໍລິເວນງານ ທີ່ຫາດຊາຍດອນຈັນ.
2. ງານຫົວສົງພຣະ 9 ວັດ
– ວັນອາທິດ ທີ 15 ເມສາ 2018, ເວລາ 8:00 ຢູ່ວັດຕ່າງໆ.
– ງານຕັກບາດປີໃໝ່ລາວ.
– ວັນຈັນທີ 16 ເມສາ 2018, ເວລາ 7:00 ຢູ່ວັດອົງຕື້ ສໍາລັບແຂກທີ່ຖືກເຊີນ, ຄະນະຮັບຜິດຊອບຈັດງານ ແລະ ຢູ່ຕາມວັດຕ່າງໆຕາມເງື່ອນໄຂ ບັນດາທ່ານການນໍາທີ່ບໍ່ໄດ້ເຂົ້າຮ່ວມຢູ່ວັດອົງຕື້.
– ງານຕົບພະທາດຊາຍ.
– ວັນຈັນທີ 16 ເມສາ 2018. ເວລາ 14:00 ຫາ 18:00 ແຂ່ງຂັນຕົບພະທາດຊາຍທີ່ຫາດຊາຍດອນຈັນ ເຂັດບ້ານວັດຈັນ.
– ງານກິລາຊາຍຫາດ.
– ວັນສຸກ ທີ 12 ເມສາ ຫາ 16 ເມສາ 2018, ເວລາ 15:00 ເປີດງານແຂ່ງຂັນເປັນທາງການ.
– ເວລາ 8:00 ຫາ 17:00 ຂອງທຸກໆວັນຈັດການແຂ່ງຂັນກິລາປະເພດຕ່າງໆທີ່ຫາດຊາຍດອນຈັນ.
– ເຂດບ້ານວັດຈັນ ມີກິລາບານເຕະ, ບານສົ່ງ, ກະຕໍ້(ຍິງ-ຊາຍ).
ໝາຍເຫດ: ທຸກກິດຈະກໍາມວນຊົນສາທົ່ວໄປ ແລະ ນັກທ່ອງທ່ຽວສາມາດເຂົ້າຮ່ວມໄດ້.

 

ແຫລ່ງຂ່າວ: ລາວພັດທະນາ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...