ໃນລະຫວ່າງວັນທີ 24-27 ມີຖຸນາ 2019 ອົງການກາແດງລາວໄດ້ຈັດຊຸດອົບຮົມການຂຽນບົດສະເໜີ ແລະ ການວາງແຜນໂຄງການໃຫ້ກັບພະນັກງານທີ່ມາຈາກກາແດງລາວ ກາແດງແຂວງບໍລິຄຳໄຊ ກາແດງແຂວງຊຽງຂວາງ ກາແດງແຂວງຫົວພັນ ແລະ ກາແດງແຂວງວຽງຈັນ.
ໃນນັ້ນ ມີຜູ້ເຂົ້າຮ່ວມທັງໝົດ 31 ທ່ານ ຍິງ 11 ທ່ານ ວາລະດັ່ງກ່າວເປັນປະທານຂອງທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ມີນັກວິທະຍາກອນທີ່ມາຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (ifrc).
ຈຸດປະສົງຂອງການຈັດຊຸດອົບຮົມໃນຄັ້ງນີ້ກໍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການກາແດງລາວໃນການຂຽນບົດສະເໜີໂຄງການ ແລະ ການວາງແຜນການປະຕິບັດໂຄງການເພື່ອສ້າງເງື່ອນໄຂໃຫ້ແກ່ພະນັກງານອົງການກາແດງລາວ ສາມາດຂຽນບົດສະເໜີໂຄງການເພື່ອຂໍງົບປະມານຈາກພາກສ່ວນຕ່າງໆເພື່ອມາຈັດຕັ້ງປະຕິບັດວຽກງານກາແດງລາວໃນອານາຄົດ ເຮັດໃຫ້ການປະຕິບັດວຽກງານກາແດງລາວມີຄວາມຄ່ອງຕົວຍິ່ງຂຶ້ນ ພາຍຫຼັງຜ່ານການຝຶກອົບຮົມໃນຄັ້ງນີ້ກໍຈະເຮັດໃຫ້ພະນັກງານ-ວິຊາການອົງການກາແດງລາວ ອົງການກາແດງແຂວງ ໄດ້ພັດທະນາຄວາມຮູ້ຄວາມສາມາດຂອງຕົນ ເປັນຕົ້ນແມ່ນສາມາດກຳນົດອົງປະກອບຂອງບົດສະເໜີໂຄງການ ວາງແຜນການ ແລະ ອອກແບບການຈັດຕັ້ງປະຕິບັດໂຄງການໄດ້ຢ່າງມີປະສິດທິພາບຍິ່ງຂຶ້ນ ສາມາດຂຽນບົດສະເໜີໂຄງການໄດ້ຖືກຕ້ອງສົມບູນ ແລະ ມີປະສິດທິພາບ.
ຂໍ້ມູນຈາກ: ອົງການກາແດງລາວ