ການສຶກສາກ່ອນໄວຮຽນຈະໄດ້ໂຈະການຮຽນ-ການສອນຕະຫຼອດສົກຮຽນນີ້

ກອງປະຊຸມປຶກສາຫາລືກ່ຽວກັບແຜນການເປີດຮຽນຄືນໃໝ່ຂອງຂະແໜງການສຶກສາ ແລະ ກີລາ ຈັດຂຶ້ນໃນວັນທີ 27 ເມສາ ທີ່ຜ່ານມາ ເຫັນວ່າການເປີດສະຖານສຶກສາຄືນໃໝ່ຕ້ອງອີງໃສ່ການປະເມີນຜົນຂອງ ຄະນະສະເພາະກິດ ເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ການອະນຸຍາດຂອງລັດຖະບານ ເນື່ອງຈາກບັນຫາດັ່ງກ່າວເປັນວາລະລະດັບຊາດ ແລະ ຈະມີຜົນກະທົບຫຼາຍພາກສ່ວນ. ສະນັ້ນ, ກອງປະຊຸມໄດ້ປຶກສາຫາລືເອົາຄວາມເປັນເອກະພາບຂອງຂະແໜງການສຶກສາ ແລະ ກິລາ ເພື່ອສະເໜີໃຫ້ຄະນະສະເພາະກິດ ກໍຄືລັດຖະບານພິຈາລະນາຊີ້ນຳ ໃນກໍລະນີລັດຖະບານ ແລະ ຄະນະສະເພາະກິດແຫ່ງຊາດອະນຸມັດ ໃຫ້ເປີດການຮຽນ-ການສອນ ແລະ ດຳເນີນກິດຈະການກີລາກາຍະກຳ.

ຂະແໜງການສຶກສາ ແລະ ກິລາອາດຈະໄດ້ເປີດຮຽນໃນສາຍສາມັນສຶກສາ, ສ້າງຄູ, ອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ການສຶກສາສົງ ວັນທີ 18 ພຶດສະພາ 2020 ສຳລັບນັກຮຽນປີສຸດທ້າຍໝາຍເຖິງ ປ.5, ມ.4, ມ.7 ແລະ ປີສຸດທ້າຍຂອງບັນດາວິທະຍາໄລ ແລະ ມະຫາວິທະຍາໄລຈົນເຖິງກາງເດືອນກໍລະກົດ.

ສຳລັບຫ້ອງອື່ນໆນອກຈາກປີສຸດທ້າຍນັ້ນ ແມ່ນຈະເລີ່ມເປີດໂຮງຮຽນໃນວັນທີ 02 ມິຖຸນາ 2020 ເປັນຕົ້ນໄປຈົນເຖິງທ້າຍເດືອນກໍລະກົດ ແລະ ສຳລັບການສຶກສາກ່ອນໄວຮຽນຈະໄດ້ໂຈະການຮຽນ-ການສອນຕະຫຼອດສົກຮຽນນີ້.

ສຳລັບກິລາກາງແຈ້ງ ແລະ ກິລາໃນຮົ່ມແມ່ນໃຫ້ປະຕິບັດຕາມເງື່ອນໄຂຂອງຄະນະສະເພາະກິດ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຕາມຂັ້ນຄຸ້ມຄອງ.

ໃຫ້ສະຖານການສຶກສາທັງພາກລັດ ແລະ ເອກະຊົນທີ່ມີເງື່ອນໄຂຈັດການຮຽນ-ການສອນທາງໄກ ແລະ ແບບອອນລາຍສືບຕໍ່ຈັດຕັ້ງປະຕິບັດການຮຽນ-ການສອນໄປຈົນໝົດຫຼັກສູດຂອງຕົນ.

ໃຫ້ສະຖານການສຶກສາສືບຕໍ່ປະຕິບັດມາດຕະການຂອງຄະນະສະເພາະກິດແຫ່ງຊາດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊັ່ນ: ຮັກສາໄລຍະຫ່າງທາງສັງຄົມ, ຈັດໃຫ້ມີບ່ອນລ້າງມື, ມີຜ້າອັດປາກ-ດັງ ເພື່ອຮັບປະກັນຄວາມປອດໄພຂອງນັກຮຽນ-ນັກສຶກສາ, ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ກະຊວງສຶກສາ ແລະ ກີລາ