spot_img
Homeຂ່າວທ້ອງຖິ່ນການລະບາດຂອງພະຍາດສັດຢູ່ເມືອງສັງທອງ ແລະ ເມືອງປາກງື່ມ​ກັບສູ່ລະພາບປົກກະຕິແລ້ວ

ການລະບາດຂອງພະຍາດສັດຢູ່ເມືອງສັງທອງ ແລະ ເມືອງປາກງື່ມ​ກັບສູ່ລະພາບປົກກະຕິແລ້ວ

Published on

ຕາມການລາຍງານຂອງໜ່ວຍງານສັດຕະວະແພດນະຄອນ ຫຼວງວຽງຈັນເມື່ອມໍ່ໆມານີ້ໃຫ້ຮູ້ວ່າ: ນັບແຕ່ມີການລະບາດຂອງພະຍາດສັດລ້ຽງ(ປາກເປື່ອຍລົງເລັບ) ຢູ່: ເມືອງສັງທອງ ແລະ ເມືອງປາກງື່ມນະຄອນຫຼວງວຽງຈັນມາແຕ່ທ້າຍປີ 2015 ​ໜ່ວຍງານສັດຕະວະ​ແພດຂອງຕົນກໍໄດ້ລົງສົມທົບກັບເມືອງ ແລະ ສັດຕະວະແພດບ້ານເພື່ອຊ່ວຍເຫຼືອປິ່ນປົວສັດທີ່ຕິດເຊື້ອ ແລະ ສະໜອງຢາໃຫ້ແກ່ປະຊາຊົນ​ໃນ​ເຂດ​ທີ່​ມີ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວ ເລະ ກໍນັບເປັນເວລາເກືອບ 3 ເດືອນທີ່ໜ່ວຍງານສັດຕະວະແພດເສຸມໃສ່ຄວບຄຸມການລະບາດຂອງພະຍາດໃນຄັ້ງນີ້​ໄດ້​ເປັນ​ຢ່າງ​ດີ,ພ້ອມທັງສາມາດປິ່ນປົວສັດທີ່ຕິດເຊື້ອພະຍາດປະມານ 3 ພັນ

ກວ່າໂຕຫາຍດີ ແລະ ສາມາດເຮັດໃຫ້ ສອງເມືອງດັ່ງກ່າວກັບມາສູ່ສະພາບປົກກະຕິແລ້ວໃນປັດຈຸບັນ, ໜ່ວຍງານສັດຕະວະແພດໃຫ້ຮູ້ອີກວ່າ : ເຖິງຢ່າງໃດກໍຕາມເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງ ກ່າວກັບຄືນມາລະບາດອີກ​, ທາງໜ່ວຍ​ງານ​ກ່ຽວຂ້ອງຂອງ​ຕົນໄດ້. ສືບຕໍ່ເຝົ້າລະວັງ ເລະ ປ້ອງກັນພະຍາດຢູ່ 2 ເມືອງ ດັ່ງກ່າວ ແລະ ເມືອງໃກ້ຄຽງອີກຈຳນວນໜຶ່ງ, ໜ່ວຍງານສັດຕະວະແພດໃຫ້ຮູ້ອີກວ່າ: ຜ່ານຈາກການວິເຄາະຢ່າງລະອຽດຈຶ່ງຮູ້ວ່າສາເຫດຂອງການລະບາດຂອງພະຍາດສັດໃນຄັ້ງນີ້ແມ່ນຍ້ອນການເຄື່ອນຍ້າຍສັດ ຫຼື ຜະ ລິດຕະພັນສັດທີ່ຕິດເຊື້ອພະຍາດຜ່ານເຂດ 2 ເມື່ອງດັ່ງກ່າວ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...