ປະຊາຊົນລາວກຽມຊົມໃຊ້ຜະລິດຕະພັນນ້ຳມັນຊີວະພາບທີ່ຜະລິດ ຈາກໝາກເກົາ ພາຍຫຼັງທີ່ບໍລິສັດນ້ຳມັນເຊື້ອໄຟ
ຊີວະພາບຫມາກເກົາລາວ ໄດ້ເປີດປ້ຳສາທິດນ້ຳມັນກາຊວນຊີວະພາບບີຫ້າ (B5) ທີ່ໃຊ້ສຳລັບລົດທຸກປະເພດຈັກກາ
ຊວນ ເມື່ອວັນທີ 30 ພະຈິກຜ່ານມາ, ສ່ວນການຈຳໜ່າຍເປັນທາງການຄາດຈະມີຂຶ້ນໄວໆນີ້ດ້ວຍກຳລັງການ ຜະລິດ
1 ພັນລິດຕໍ່ມື້.
ທ່ານ ວົງເພັດ ໄຊເກີຢ່າຈົງຕົວ ປະທານບໍລິສັດນ້ຳມັນເຊື້ອໄຟຊີວະພາບຫມາກເກົາລາວໄດ້ໃຫ້ຮູ້ ວ່າ: ບໍລິສັດນ້ຳມັນ
ເຊື້ອໄຟຊີວະພາບຫມາກເກົາລາວ ແມ່ນໄດ້ສ້າງຕັ້ງຂຶ້ນໃນປີ 2008 ໂດຍໄດ້ຮັບການຊ່ວຍເຫຼືອຈາກໜ່ວຍງານສະພາ
ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.
ໝາກເກົາຕົ້ນໄມ້ອຸດສາຫະກຳທີ່ປູກໄວ້ສຳລັບຜະລິດນ້ຳມັນຊີວະ ພາບຂອງບໍລິສັດມາຮອດປະຈຸບັນມີເນື້ອທີ່ທັງໝົດ
12 ພັນເຮັກຕາ, ສະເພາະ 12 ເມືອງ ຂອງແຂວງຫຼວງພະບາງມີ 273 ບ້ານ, ມີ 8.012 ຄອບຄົວ, ເນື້ອທີ່ປູກທັງໝົດ
7.421,18 ເຮັກຕາ ແລະ ສາມາດໃຫ້ຜົນຜະລິດແລ້ວຫຼາຍກວ່າ 3 ພັນເຮັກຕາ (ລວມທັງຂອງບໍລິສັດ ແລະ ຂອງປະຊາ
ຊົນ) ນອກນັ້ນ ຍັງປູກຢູ່ 6 ແຂວງພາກເໜືອຕື່ມອີກປະມານ 20 ພັນກວ່າ ເຮັກຕາ ຕາມຫຼັກການແລ້ວໃນ 7 ປີຈະສາ
ມາດສະໜອງຜົນຜະລິດເຖິງ 20 ພັນໂຕນ, ຈະສະໜອງນ້ຳມັນໄດ້ເຖິງ 20 ລ້ານລິດຕໍ່ມື້ ຊຶ່ງໂຄງການນີ້ຈະປະກອບສ່ວນ
ສຳຄັນເພື່ອປະຕິບັດຕາມແຜນພັດທະນາຂອງລັດຖະບານໃນປີ 2020 ໃຫ້ສາມາດສະໜອງນ້ຳມັນໄດ້ 100 ລ້ານລິດ
ກໍຄືຢຸດການນຳເຂົ້ານ້ຳມັນຈາກຕ່າງປະເທດໃຫ້ໄດ້ 100 ລ້ານລິດຄິດ ເປັນມູນຄ່າ 100 ລ້ານໂດລາສະຫະລັດ, ທ່ານປະ
ທານບໍລິສັດກ່າວ.
ສຳລັບແຜນການພັດທະນານ້ຳມັນເພື່ອໃຊ້ກັບລົດຈັກ ທ່ານ ວົງເພັດ ກ່າວວ່າ: ວາງແຜນໄວ້ພາຍໃນປີ 2015 ນີ້, ພ້ອມ
ນັ້ນທາງບໍລິສັດຍັງຈະຜະລິດເປັນຝຸ່ນຊີວະພາບ, ຖ່ານເພື່ອຕອບສະໜອງໃຫ້ແກ່ສັງຄົມ ລວມມູນຄ່າຂອງການລົງທຶນ
ທັງໝົດປະມານ 24 ຕື້ກວ່າກີບ.
ເຂົ້າຮ່ວມພິທີເປີດປ້ຳສາທິດນ້ຳມັນກາຊວນຊີວະພາບໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ
ບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຫົວໜ້າຄະນະພັດທະນາຊົນນະບົດ ແລະ ລົບລ້າງ
ຄວາມທຸກຍາກແຫ່ງຊາດ, ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ
ເຂົ້າຮ່ວມ.
ແຫລ່ງຂ່າວ: ເສດຖະກິດ – ສັງຄົມ