spot_img
Homeມຸມຂ່າວ AECກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ສປປ ລາວ ໄດ້ກຳນົດເອົາ 8 ບູລິມະສິດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ສປປ ລາວ ໄດ້ກຳນົດເອົາ 8 ບູລິມະສິດ

Published on

ສໍາລັບກອງປະຊູມສຸດຍອດອາຊຽນຄັ້ງທີ 29 ແມ່ນພາຍໃຕ້ການເປັນປະທານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ມີບັນດາປະມຸກລັດ, ຫົວໜ້າລັດຖະບານອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນເຂົ້າຮ່ວມ ຫໍປະຂູມແຫ່ງຊາດ ນະຄອນຫຼວງວຽງຈັນ ສປປ ລາວ(07 ກັນຍາ 2016 ທີ່).
ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາຄືນກ່ຽວກັບການຮ່ວມມືລະຫວ່າງອາຊຽນກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກໃນໄລຍະຜ່ານມາ ພ້ອມທັງວາງທິດທາງການຮ່ວມມືໃນອະນາຄົດ:
(1) ບັນດາຜູ້ນໍາອາຊຽນໄດ້ເນັ້ນເຖິງຄວາມສໍາຄັນໃນການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆ;
(2) ໃຫ້ຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມເຊັ່ນ: ອາຊຽນ +1, ອາຊຽນ +3 , ເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ;
(3) ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບບັນຫາກ່ຽວຂ້ອງກັບການທະຫານ ແລະ ບໍ່ແມ່ນການທະຫານເຊັ່ນ:
1. ການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ໄພພິບັດທໍາມະຊາດ,
2. ການປ່ຽນແປງຂອງດິນຟ້າອາກາດ,
3. ບັນຫາຊາວອົບພະຍົກ,
4. ການຄ້າມະນຸດ,
5. ຂໍ້ຂັດແຍ່ງດ້ານເຂດແດນ,
6. ຄວາມໝັ້ນຄົງ ແລະ ຄວາມປອດໄພທາງທະເລ,
7. ການປະທະກັນດ້ວຍກໍາລັງ ແລະ ອາຊະຍາກໍາຂ້າມຊາດ, ແລະ
8. ສະພາບການຢູ່ພາກພື້ນຕ່າງໆເຊັ່ນ: ແຫຼມເກົາຫຼີ, ຕາເວັນອອກກາງ ແລະ ທະເລຈີນໃຕ້.

 

ແຫລ່ງຂ່າວຈາກ: ໂຕະນ້ຳຊາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...