spot_img
Homeຂ່າວເຫດການກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 8 ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

Published on

20141226164233

 

ກອງ​ປະຊຸມ​ສະໄໝ​ສາມັນເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ໄດ້​ດຳເນີນ​ມາ​ເປັນ​ເວລາ 14 ວັນ ມາ​ຮອດ​ວັນ​ທີ 26

ທັນວາ 2014 ໄດ້​ອັດ​ລົງ​ຢ່າງ​ຈົບງາມ ເປັນ​ປະທານ​ຂອງ​ທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ໂດຍ​ໃຫ້​ກຽດ​ເຂົ້າ

ຮ່ວມ​ຂອງ​ທ່ານ ຈູມ​ມາລີ ໄຊ​ຍະສອນ ປະທານ​ປະເທດ ພ້ອມ​ດ້ວຍການ​ນຳພັກ-ລັດ ແຂກ​ຖືກ​ເຊີນ ແລະ ສະມາຊິກ​ສະພາ

​ແຫ່ງຊາດ.

 

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ໄດ້ກ່າວ​ສູນ​ທອນ​ພົດ​ອັດ​ກອງ​ປະຊຸມ ໂດຍ​ບາງ​ຕອນ​ສຳຄັນ​ທ່ານ​ໄດ້ກ່າວ​ວ່າ: ກອງ​ປະຊຸມ​ສະໄໝ​

ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງຊາດ ຊຸດ​ທີ VII ໄດ້​ພິຈາລະນາ ແລະ ປະກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍງານ​ຂອງ​ລັດຖະບານ ​

ກ່ຽວ​ກັບການຈັດຕັ້ງ​ປະຕິບັດ​ນະໂຍບາຍ ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ເພື່ອ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ແນໃສ່​ຫຼຸດ

ຜ່ອນ​ຄວາມທຸກ​ຍາກຂອງ​ປະຊາຊົນ ແລະ ສະພາບການຈັດຕັ້ງ​ປະຕິບັດ​ວຽກ​ງານແຮງ​ງານ ເຊິ່ງ​ໄດ້​ສະແດງ​ຄວາມຍ້ອງຍໍ​

ຊົມເຊີຍ​ລັດຖະບານ​ ທີ່​ໄດ້​ມີຄວາມ​ພະຍາຍາມ​ວາງ​ແຜນ​ຍຸດທະ​ສາດ ແຜນ​ນະໂຍບາຍ ແລະ ປະກາດ​ໃຊ້​ນິຕິ​ກຳ​ຫຼາຍ​ສະ

ບັບ ຍ້ອງຍໍ​ຊົມເຊີຍ​ບັນດາ​ຫົວໜ່ວຍ​ທຸລະ​ກິດ ກຸ່ມ​ການ​ຜະລິດ ແລະ ປະຊາ​ຊົນ​ບັນດາເຜົ່າ​ທົ່ວ​ປະເທດ ​ທີ່​ໄດ້​ມີ​ຄວາມ​ບຸກ

​ບືນ ແລະ ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ ​ໃນ​ການຈັດຕັ້ງ​ປະຕິບັດ​ນະໂຍບາຍ​ຜະລິດ​ເປັນ​ສິນຄ້າ ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ ອັນ​ພົ້ນ

ເດັ່ນ​ແມ່ນ​ສາມາດ​ຮັບປະກັນ ​ການຜະລິດ​ສະບຽງ​ອາຫານ ​ເພື່ອ​ສະໜອງ​ຄວາມ​ຕ້ອງການ​ບໍລິໂພກ​ຢູ່ພາຍ​ໃນ ມີ​ສ່ວນ​

ແຮ​ໄວ້ ແລະ ສົ່ງອອກ ພ້ອມ​ນີ້​ກໍ່​ໄດ້​ສະເໜີ​ໃຫ້​ລັດຖະ​ບານ​ ຈົ່ງ​ສືບຕໍ່​ຊີ້​ນຳ ແລະ ຊຸກຍູ້​ບັນດາ​ຂະແໜງການ​ກ່ຽວຂ້ອງ ຈັດ​

ຕັ້ງ​ຜັນ​ຂະຫຍາຍ​ນະໂຍບາຍສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ ​ທີ່ໄດ້​ສະເໜີ​ຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ ໃຫ້ເປັນ​ລະບົບ​ຄົບ​ຊຸດ​ກວ່າ​

ເກົ່າ.

 

ກອງ​ປະຊຸມ​ຍັງ​ໄດ້​ພິຈາລະນາ ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ ຜົນ​ການ​ກວດ​ສອບ​ບົດ​ສະຫຼຸບຂາດ​ຕົວ ການຈັດຕັ້ງ​ປະຕິ

ບັດແຜນ​ງົບປະມານ​ແຫ່ງ​ລັດ ປະຈຳສົກ​ປີ 2012-2013 ຮັບ​ຟັງ​ການລາຍ​ງານ​ເພີ່ມ​ເຕີມ ​ກ່ຽວ​ກັບ​ການປະຕິບັດ​ນະໂຍ

ບາຍການ​ຜະລິດເປັນ​ສິນຄ້າ ຮັບຮອງ​ເອົາ​ມະຕິ​ວ່າດ້ວຍ​ການເຄື່ອນໄຫວ​ວຽກ​ງານປະຈຳ 6 ເດືອນ​ທ້າຍ​ປີ 2014 ແລະ

ແຜນການເຄື່ອນໄຫວປະຈຳ 6 ເດືອນ​ຕົ້ນ​ປີ 2015 ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ພິຈາລະ​ນາ​ປະກອບ​ຄຳ​ເຫັນ​ຕໍ່​ຮ່າງ

ລັດ​ຖະ​ທຳ​ມະນູນ​ສະບັບ​ປັບປຸງ ແລະ ພິຈາລະນາ​ຮັບຮອງ​ເອົາກົດໝາຍ 7 ສະບັບ ການ​ຮັບຮອງເອົາ​ກົດໝາຍ​ດັ່ງກ່າວ​

ແມ່ນ​ການສືບຕໍ່​ຫັນ​ເອົາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ແລະ ລັດ​ຖະ​ທຳມະນູນ ມາ​ເປັນ​ນິຕິ​ກຳ​ລະອຽດ ໃນ​ແຕ່​ລະ​ຂົງ

ເຂດ ເປັນ​ການ​ປະກອບ​ສ່ວນ​ສ້າງ​ຄວາມ​ເຂັ້ມແຂງ ໃຫ້​ແກ່​ອົງການ​ອຳນາດ​ລັດ​ມີເຄື່ອງມື​ໃນ​ການ​ຄຸ້ມ​ຄອງ​ລັດ ຄຸ້ມຄອງ

​ເສດຖະກິດ-ສັງຄົມ ໃຫ້​ເປັນລະບົບ​ຄົບ​ຊຸດ ແລະ ສອດຄ່ອງກັບ​ເງື່ອນໄຂ​ການ​ເຊື່ອມ​ໂຍງ​ເສດຖະ​ກິດ​ກັບ​ພາກ​ພື້ນ ແລະ

ສາກົນໃນ​ໄລຍະ​ໃໝ່.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...