spot_img
Homeຂ່າວພາຍ​ໃນກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 14

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 14

Published on

ຂປລ. ໃນຕອນເຊົ້າຂອງວັນທີ 6 ກັນຍາ 2016, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 14 ໂດຍມີລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບ ການປະຕິວັດວຽກງານຂອງຂະແໜງການ ທີ່ຢູ່ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະຜ່ານມາ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ທີ່ບັນດາຜູ້ນຳອາຊຽນ ໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ໃນເດືອນພະຈິກ 2015 ຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ສະແດງຄວາມພໍໃຈຕໍ່ຄວາມພະຍາ ຍາມ ແລະ ຂໍ້ລິເລີ່ມ ຂອງບັນດາປະເທດສະມາຊິກອາຊຽນ ກໍຄືຂະແໜງການ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ສຳລັບເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ພ້ອມທັງຊຸກຍູ້ໃຫ້ບັນດາຂະແຫນງການ ເພີ່ມທະວີໃນການຈັດຕັ້ງປະຕິບັດກິດຈະກຳ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ມີການປະສານງານຢ່າງເປັນລະບົບ ທັງພາຍໃນເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ກັບເສົາຄ້ຳອື່ນໆທີ່ມີວຽກກ່ຽວຂ້ອງກັນ.
ໃນໂອາກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ແຈ້ງວ່າ: ສປປ ລາວ ໄດ້ໃຫ້່ສັດຕະຍາບັນແກ່ ອະນຸສັນຍາເພີ່ມເຕີມກົດບັດອາຊຽນ ກ່ຽວກັບກົນໄກແກ້ໄຂຂໍ້ແຍ່ງອາຊຽນ ແລະ ໄດ້ມອບສານໃຫ້ສັດຕະຍາບັນ ໃຫ້ແກ່ທ່ານເລຂາທິການໃຫຍ່ອາຊຽນ ເພື່ອເກັບຮັກສາໄວ້ ທີ່ກອງເລຂາອາຊຽນ.

ທີ່ມາ: ຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...