spot_img
Homeຂ່າວທ້ອງຖິ່ນກອງທັບປະຊາຊົນລາວ ກຽມ 10 ລາຍການເພື່ອສະແດງໃນພິທີສະຫຼອງວັນຊາດ 2 ທັນວານີ້

ກອງທັບປະຊາຊົນລາວ ກຽມ 10 ລາຍການເພື່ອສະແດງໃນພິທີສະຫຼອງວັນຊາດ 2 ທັນວານີ້

Published on

ກອງທັບປະຊາຊົນລາວ ໄດ້ມີການຝຶກຊ້ອມໃຫຍ່ ຄັ້ງທີ I ເມື່ອວັນທີ 24 ພະຈິກທີ່ຜ່ານມາ ຢູ່ ທີ່ສະໜາມຫັດແອບວິທະຍາ ຄານກົມມະດໍາພາຍຫຼັງທີ່ກຽມຈັດຕັ້ງກຳລັງນັກຮົບດ້ານຕ່າງໆເພື່ອຝຶກຊ້ອມ ການ ທະຫານຫັດແອບ ຕົວຈິງມາແຕ່ ຕົ້ນເດືອນພະຈິກ ຜ່ານມາ ເພື່ອກະກຽມໃຫ້ແກ່ການ ຈັດຕັ້ງສະເຫຼີມສະຫຼອງວັນຊາດຄົບຮອບ 45 ປີ( 2 ທັນວາ 1975 – 2 ທັນວາ 2020). ເຊິ່ງການຝຶກຊ້ອມດັ່ງກ່າວປະກອບມີ 10 ລາຍການ ຄື:

  • ກຳລັງກອງພັນໃຫຍ່ 11 ນຳໃຊ້ປືນຍິງ ເປີດປ້າຍຄຳຂວັນ ວັນຊາດ ທີ 2 ທັນວາ ໝັ້ນຍືນ ໄລຍະ ຍິງ 300 ແມັດ
  • ກອງຍິງປືນອາ ຊຽນນຳໃຊ້ປືນສັ້ນຊາຍ-ຍິງ ເພື່ອຍິງເປົ້າຈານເຫຼັກ
  • ເຫຼົ່າຮົບສືບຂ່າວ ສົມທົບທະຫານອາກາດ ເຮັດໜ້າ ທີ່ກອບກູ້ຕົວປະກັນ
  • ເຫຼົ່າຮົບຕີພິເສດປິດລັບຫຼອນຕີສັດຕູ
  • ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນຊູ-23 ດັບສູນເປົ້າ ໝາຍເທິງອາກາດ
  • ທະຫານອາກາດຍິງເປົ້າໝາຍເທິງໜ້າດິນ
  • ເຫຼົ່າຮົບປືນໃຫຍ່ນໍາໃຊ້ປືນ ເບເອັມ- 21, 152 ມມ, 122 ມມ ຍິງກະກຽມ
  • ເຫຼົ່າຮົບຊ່າງແສງ ສົ່ງໝາກຝາບິນ ເປີດທາງໄຂ ແລະ ເຫຼົ່າຮົບເຄມີປ່ອຍ ຄັວນແຊມກາຍ
  • ເຫຼົ່າຮົບທະຫານລົດຕັງ-ຍານ ເກາະນຳໃຊ້ລົດຕັງ ເຕ-72 ຍິງປືນ ໃຫຍ່ 152 ມມ, 122 ມມ ຍິງຍົກຍ້າຍທະຫານ ຮາບຍານເກາະປະຕິບັດບຸກຕີສັດຕູຈັ້ງທ່າ
  • ເຫຼົ່າຮົບເຄມີລົບລ້າງ ທາດພິດເຄມີພາຫະນະອາວຸດ ແລະ ທະຫານອາກາດນໍາໃຊ້ຍົນທຸກຊະນິດບິນສວນສະໜາມ. 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...