ສະຫະລັດ ກວດພົບຊາວອາເມຣິກັນເກືອບ 10 ຄົນ ເດີນທາງຮ່ວມສູ້ຮົບກັບກຸ່ມ ISIS

 

ສະຫະລັດອາເມຣິກາ ພົບປະຊາຊົນເກືອບ 10 ຄົນ ເດີນທາງມຸ່ງໜ້າສູ່ຊີເຣຍ ເພື່ອຮ່ວມປະຕິບັດການກໍ່ການຮ້າຍ

ກັບກຸ່ມ ISIS.

 

ສື່ຂອງຕ່າງປະເທດລາຍງານ ໃນວັນທີ 29 ສິງຫາ 2014 ນີ້ ໂດຍອ້າງໜ່ວຍການຂ່າວ ແລະ ໜ່ວຍບັງຄັບຄະດີຂອງ

ສະຫະລັດ ໄດ້ກວດສອບພົບເຫັນພົນລະເມືອງອາເມຣິກັນເກືອບ 10 ຄົນ ເດີນທາງມຸ່ງໜ້າສູ່ປະເທດຊີເຣຍ ເພື່ອ

ຮ່ວມສູ້ຮົບກັບກຸ່ມກໍ່ການຮ້າຍ ISIS.

 

ທັງນີ້ ກອງກຳລັງດັ່ງກ່າວ ຖືເປັນໄພຄຸກຄາມແກ່ສະຫະລັດອາເມຣິກາເອງ ພາຍໃຕ້ການບໍລິຫານປະເທດຂອງປະ

ທານາທິບໍດີ ບາຣັກ ໂອບາມາ ເປັນຢ່າງຍິ່ງ.