spot_img
Homeຂ່າວການພັດທະນາສັງຄົມຮຽກຮ້ອງ ຢາກໃຫ້ມີໜ່ວຍແປງທາງດ່ວນ

ສັງຄົມຮຽກຮ້ອງ ຢາກໃຫ້ມີໜ່ວຍແປງທາງດ່ວນ

Published on

 

ເປັນເວລາຫຼາຍປີມາແລ້ວລະເນາະທ່ານຜູ້ອ່ານ ທີ່ສັງຄົມສົນລະວົນກັບຖະໜົນຫົນທາງ ບໍ່ວ່າຈະເປັນການສ້າງທາງທີ່ແກ່ຍາວເວລາບໍ່ແລ້ວຈັກເທື່ອ, ການເຮັດທາງຍາມຝົນ, ທາງເປ່ເພຈົນລົດເກີດອຸບັດເຫດ ຫຼືທາງເປັນຂຸມຈົນບໍ່ມີບ່ອນຫຼີກ… ເຊິ່ງບັນຫາຕ່າງໆ ດັ່ງກ່າວນັ້ນເປັນຍ້ອນຕົ້ນປາຍສາເຫດອັນໃດນັ້ນ ເຮົາຈະບໍ່ເວົ້າເຖິງຈຸດນັ້ນ ແຕ່ບົດນີ້ເປັນຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຖືເປັນວິທີທາງໜຶ່ງທີ່ສັງຄົມຢາກສ່ອງແສງເຖິງພາກສ່ວນທີ່ມີສິດອຳນາດສັ່ງການໄດ້.

ມື້ໜຶ່ງ ແອັດມິນຊຽງ (ຜູ້ຂຽນ) ໄດ້ຟັງລາຍການສັນຈອນທາງວິທະຍຸກະຈາຍສຽງແຫ່ງຊາດ ເຊິ່ງແຕ່ລະມື້ນັ້ນນັກຈັດລາຍການຈະເປີດໂອກາດໃຫ້ຜູ້ຟັງສາມາດໂທອອນລາຍນ໌ເຂົ້າຮ່ວມລາຍການສົດໆ ເພື່ອສົ່ງຂ່າວ, ຕຳໜິຕິຊົມ ຫຼືໃຫ້ທິດທາງຕ່າງໆ ເຊິ່ງຖືເປັນລາຍການທີ່ດີ ດີຢູ່ບ່ອນວ່າບໍ່ແມ່ນແຕ່ນັກຈັດລາຍການເປັນຜູ້ເວົ້າຝ່າຍດຽວ ແຕ່ຍັງໃຫ້ໂອກາດແກ່ຜູ້ຟັງໄດ້ມີໂອກາດປະກອບຄຳຄິດຄຳເຫັນໃສ່ຂະບວນການພັດທະນາຖະໜົນຫົນທາງແລະທາງອອກຂອງບັນຫາທາງທ້ອງຖະໜົນນຳອີກ ນີ້ຄືສິດທິພື້ນຖານຂອງປະຊາຊົນກໍວ່າໄດ້ ຄຳຄິດຄຳເຫັນຂອງປະຊາຊົນຖືເປັນສຽງຂອງສະຫວັນ ເພາະໄດ້ຮູ້ວ່າຄວາມມຸ່ງມາດປາຖະໜາທີ່ແທ້ຈິງຂອງປະຊາຊົນຄືຫຍັງ ແລະສ່ວນປະຊາຊົນກໍຮູ້ສຶກພາກພູມໃຈທີ່ມີຜູ້ຟັງໂຕເອງປະກອບສ່ວນຄຳຄິດເຫັນໃສ່ວຽກງານໃດໜຶ່ງຂອງປະເທດຊາດ. ສ່ວນເລື່ອງພາກສ່ວນທີ່ກ່ຽວຂ້ອງຈະເອົາໄປປະຕິບັດໄດ້ຫຼືບໍ່ໄດ້ນັ້ນກໍເປັນອີກເລື່ອງໜຶ່ງ ເພາະກ່ອນຈະລົງມືເຮັດອັນໃດກໍຕ້ອງມີການສຶກສາເບິ່ງກ່ອນຢ່າງຖີ່ຖ້ວນ.

ມື້ນັ້ນ, ມີຜູ້ຟັງທ່ານໜຶ່ງໂທເຂົ້າຮ່ວມລາຍການ ແລ້ວສະເໜີໃຫ້ມີໜ່ວຍງານແປງທາງດ່ວນ ເມື່ອປະຊາຊົນພົບເຫັນຂຸມເປ່ເພຢູ່ເສັ້ນທາງໃນຈຸດໃດ ກໍໃຫ້ປະຊາຊົນໂທລະສັບເຂົ້າສູ່ສາຍດ່ວນ(ໝາຍເລກໂທລະສັບດ່ວນ) ແລ້ວໃຫ້ພາກສ່ວນທີ່ກ່ຽວຂ້ອງນັ້ນລົງໄປສ້ອມແປງທັນທີ. ຜູ້ຟັງທ່ານນັ້ນເວົ້າວ່າ ຖະໜົນຫົນທາງທີ່ເປັນບວກເປັນຂຸມນັ້ນ ເນື່ອງມາຈາກການກໍ່ສ້າງບໍ່ໄດ້ມາດຖານຍ້ອນສາເຫດອັນໃດກໍດີ ແຕ່ມັນກໍເປັນຂຸມນ້ອຍກ່ອນຈັ່ງເປັນຂຸມໃຫຍ່, ມັນບໍ່ເປັນໄປໄດ້ວ່າຈະເປັນຂຸມໃຫຍ່ເລີຍບາດດຽວ, ຖ້າມື້ທຳອິດເຫັນຂຸມເທົ່າກົ້ນຈອກເທິງໜ້າທາງປູຢາງ ຖ້າຝົນຕົກລິນຮອດສາມມື້ ຈາກຂຸມທໍ່ກົ້ນຈອກຈະເທົ່າກັບຊາມລຸ້ນກາງ ຫາໃຫຍ່ ແລ້ວແຕ່ວ່າຈະມີລົດທຽວໜ້ອຍຫຼືຫຼາຍປານໃດ. ຜູ້ຟັງທ່ານດັ່ງກ່າວເວົ້າຕື່ມວ່າ: ນ້ຳປະປາ, ໄຟຟ້າ, ໂຮງໝໍ, ຕຳຫຼວດ ກໍຍັງມີສາຍດ່ວນເພື່ອຮັບມືແບບສຸກເສີນ ດັ່ງນັ້ນ, ເສັ້ນທາງກໍຄວນຈະມີໜ່ວຍງານແປງດ່ວນ ເພາະຖ້າພົບເຫັນຂຸມນ້ອຍໆ ແລ້ວຟ້າວຢາທັນທີ ມັນກໍຈະບໍ່ກາຍເປັນຂຸມໃຫຍ່ແລະບໍ່ສິ້ນເປືອງງົບປະມານຂອງລັດ ແຕ່ຖ້າປະໃຫ້ມັນເປັນຂຸມໃຫຍ່ແລ້ວຈັ່ງຄ່ອຍໄປແປງມັນກໍໃຊ້ງົບປະມານສູງ, ໃຊ້ເວລາດົນ ແລະຍັງເປັນອຸປະສັກຕໍ່ການສັນຈອນໄປມາຂອງຜູ້ນຳໃຊ້ເສັ້ນທາງນຳອີກ.

ແອັດມິນຊຽງ ໄດ້ຟັງການປະກອບຄຳຄິດເຫັນດັ່ງກ່າວແລ້ວຮູ້ສຶກວ່າ ຜູ້ຟັງທ່ານນັ້ນເປັນຄົນມີສະຕິປັນຍາດີ ຊ່າງສັງເກດ ແລະມີເຫດຜົນພໍສົມຄວນ ແລະຖ້າເຮັດໄດ້ຕາມການສະເໜີຂອງປະຊາຊົນຜູ້ນີ້ ກໍຈະເຮັດໃຫ້ຖະໜົນຫົນທາງສວຍງາມແລະປະຢັດງົບປະມານໄປໄດ້ປີໜຶ່ງຫຼາຍຕື້ກີບກໍວ່າໄດ້.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...