spot_img
Homeນານາສາລະວິທີປ້ອງກັນໝາ-ແມວ ມາຢ່ຽວ ຫຼື ຖ່າຍໜັກ ໃສ່ໜ້າເຮືອນ

ວິທີປ້ອງກັນໝາ-ແມວ ມາຢ່ຽວ ຫຼື ຖ່າຍໜັກ ໃສ່ໜ້າເຮືອນ

Published on

ເຮືອນໃດທີ່ມີໝາ-ແມວ ມາມັກມາຢ່ຽວ ຫຼື ຖ່າຍໜັກໃສ່ໜ້າເຮືອນ ຫຼື ບໍລິເວນເຮືອນ ບອກເລີຍວ່ານີ້ເປັນບັນຫາໃຫຍ່ ຂອງຄົນທີ່ພົບພໍ້ ສາລະໜ້າຮູ້ວັນນີ້ເຮົາເລີຍບໍ່ພາດທີ່ຈະນຳວິທີປ້ອງກັນໝາ-ແມວ ມາຢ່ຽວ ຫຼື ຖ່າຍໜັກ ໃສ່ໜ້າເຮືອນ ມາຝາກກັນ ຮັບຮອງວ່າໄດ້ຜົນແນ່ນອນ

  1. ໂດຍປົກກະຕິແລ້ວ ໝາ-ແມວ ມັກຈະທຽວມາຖ່າຍ ຫຼື ຢ່ຽວ ຢູ່ບໍລິເວນເກົ່າຊ້ຳໆ ເພາະມັນຄິດວ່າ ບ່ອນນີ້ເປັນສະຖານທີ່ປົດທຸກຂອງມັນ ສະນັ້ນເຮົາຕ້ອງປ່ຽນແນວຄິດມັນ ຫຼັງຈາກທີ່ມັນມາຢ່ຽວໃສ່ ຫຼື ຖ່າຍໃສ່ແລ້ວ ເຮົາກໍ່ລ້າງເຮັດຄວາມສະອາດດ້ວຍນ້ຳແຟັບ ຫຼື ນ້ຳສົ້ມຊາຍຊູກໍ່ໄດ້ ເພື່ອດັບກິ່ນ ຈາກນັ້ນ ເຮົາກໍ່ຫາເສດອາຫານ ປະເພດກະດູກ ມາປະໄວ້ບໍລິເວນນັ້ນ ເຮັດຕິດຕໍ່ກັນປະມານ 2-3 ວັນ ມັນກໍ່ຈະຄິດວ່າ ບ່ອນນີ້ແມ່ນບ່ອນກິນບໍ່ແມ່ນບ່ອນຖ່າຍໃສ່
  2. ຕິດແວ່ນແກ້ວສະທ້ອນເງົາໃສ່ບໍລິເວນນັ້ນ ເພາະໝາ-ແມວ ຈະເຫັນເງົາໂຕເອງ ແລະ ຄິດວ່າມີໂຕອື່ນກຳລັງເບິ່ງໂຕ ມັນຈິ່ງບໍ່ກ້າຖ່າຍໜັກ ຖ່າຍເບົາໃສ່ບໍລິເວນນັ້ນ
  3. ປະສົມນ້ຳຢາດັບກິນ ຫຼື ນ້ຳຢາຂ້າເຊື້ອໂຣກ 1 ສ່ວນ ປະສົມນ້ຳ 4 ສ່ວນ ແລ້ວສາດໃສ່ພື້ນທີ່ມັນມັກມາຖ່າຍໃສ່ ຢ່ຽວໃສ່ ເຮັດເປັນປະຈຳໝາກໍ່ຈະບໍ່ມາທັນທີ

 

ທີ່ມາຈາກ: ພັນທິບ

ຕິດຕາມPictpost ຮູບພາບລາວໂພສຕ໌ ກົດໄລຄ໌ເລີຍ!

ifram FBPictpost

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...