Homeຂ່າວຕ່າງປະເທດຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

Published on

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ.

Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ ຟຸມເຟືອຍຜິດປົກກະຕິ.

ກະແສ Nepo Kids ແມ່ນຫຍັງ?

 ກະແສ Nepo Kids ແມ່ນການທີ່ບຸກຄົນທີ່ມີອໍານາດທາງການເມືອງ ໃຊ້ຕໍາແໜ່ງຂອງຕົນເອງ ໃນການໃຫ້ສິດທິພິເສດ ຫຼື ຜົນປະໂຫຍດໃຫ້ແກ່ຍາດພີ່ນ້ອງ ແລະ ລູກຫຼານ ຂອງຕົນເອງ, ໂດຍປະຊາຊົນເນປານສ່ວນໃຫຍ່ເຫັນວ່າລູກຫຼານຂອງນັກການເມືອງສ່ວນຫຼາຍແມ່ນມີພຶດຕິກຳການອວດລວຍ, ໃຊ້ຊີວິດຫຼູຫຼາ, ໃຊ້ເງິນຟຸມເຟືອຍ ແລະ ຊື້ເຄື່ອງລາຄາແພງ ເຊິ່ງຂັດກັບສະພາບເສດຖະກິດບ້ານເມືອງຂອງເນປານທີ່ກຳລັງຝືດເຄືອງ.

ພຶດຕິກຳຕ່າງໆເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມບໍ່ຍຸດຕິທຳ ແລະ ກາຍມາເປັນຈຸດສະນວນໃນການຕັ້ງຄໍາຖາມຂອງປະຊາຊົນ ເພາະລູກຫຼານນັກການເມືອງ ໃຊ້ຊີວິດສຸກສະບາຍຈາກພາສີ ແລະ ຄວາມລໍາບາກຂອງປະຊາຊົນ.

ດ້ວຍບັນຫາເຫຼົ່ານີ້ ລວມເຖິງການອອກມາດຕະການປິດກັ້ນສື່ອອນລາຍຂອງລັດຖະບານເນປານ ເຮັດໃຫ້ເປັນຈຸດແຕກຫັກ ເຮັດໃຫ້ກຸ່ມຄົນລຸ້ນໃໝ່ລຸກຂຶ້ນມາປະທ້ວງ ຈົນກາຍມາເປັນການປະທ້ວງຮຸນແຮງທີ່ສຸດທີ່ເຄີຍມີມາ.

ສະຖານະການໃນປັດຈຸບັນໃນປະເທດເນປານແມ່ນສະຫງົບງລົງແລ້ວ ໂດຍການເຂົ້າຄວບຄຸມຂອງເຈົ້າໜ້າທີ່, ແຕ່ເນື່ອງຈາກການເຜົາ ແລະ ທຳລາຍ ເຮັດໃຫ້ສະຖານທີ່ສຳຄັນຕ່າງໆ ໄດ້ຮັບຄວາມເສຍຫາຍທັງໝົດ ເບື້ອງຕົ້ນຍັງບໍ່ສາມາດປະເມີນຄວາມເສຍຫາຍໃນຄັ້ງນີ້ໄດ້ ແລະ ຍັງບໍ່ມີກຳນົດໃນການປັບປຸງແກ້ໄຂກ່ຽວກັບສະພາບຄວາມເສຍຫາຍທີ່ເກີດຂຶ້ນ ຈາກພາກສ່ວນທີ່ກ່ຽວຂ້ອງ.

ແຫຼ່ງຂໍ້ມູນ: TNN, BBC

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...