Homeຂ່າວຕ່າງປະເທດຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

Published on

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ.

ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ ປະເທດໄທ ເຊິ່ງຢູ່ໃນເຫດການມີເຈົ້າໜ້າທີ່ຮ່ວມງານອີກຄົນພະຍາຍາມບີບແກລົດເພື່ອໄລຝູງສິງໂຕເຫຼົ່ານັ້ນອອກແຕ່ກໍບໍ່ເປັນຜົນ ຂະນະມີນັກທ່ອງທ່ຽວຈຳນວນໜຶ່ງສາມາດຖ່າຍພາບ-ວີດີໂອບັນທຶກເຫດການໄວ້ໄດ້.

ຈາກການສອບສວນຜູ້ເຫັນເຫດການລະບຸວ່າ: ກ່ອນເກີດເຫດຜູ້ເສຍຊີວິດໄດ້ລົງຈາກລົດໂດຍເປີດປະຕູໄວ້ ແລະ ໄດ້ຫັນຫຼັງໃສ່ຝູງໂຕສິງ ກ່ອນທີ່ຈະຖືກສິງໂຕໜຶ່ງທີ່ຢູ່ຫ່າງປະມານ 10 ແມັດໄດ້ໂດດກັດເຈົ້າໜ້າທີ່ຄົນດັ່ງກ່າວຈາກທາງດັ້ານຫຼັງລາກລົງ ແລ້ວໂຕສິງທີ່ເຫຼືອກໍເຂົ້າມາລຸມກັດກິນ ຈົນເສຍຊີວິດ ຂະນະນີ້ຍັງບໍ່ຮູ້ສາເຫດທີ່ຊັດເຈນວ່າເປັນຫຍັງຄືລົງຈາກລົງ ຕ້ອງໄດ້ຖ້າການກວດສອບຫາຂໍ້ເທັດຈິງເພີ່ມຕື່ມ.

ທາງດ້ານເຈົ້າໜ້າທີ່ສວນສັດລາຍໜຶ່ງໄດ້ເປີດເຜີຍວ່າ: ຜູ້ເສຍຊີວິດຊື່ ທ້າວ ຈຽນ ອາຍຸ 58 ປີ ເຮັດວຽກຢູ່ສວນສັດແຫ່ງນີ້ມາດົນນານກວ່າ 30 ປີ, ເຊິ່ງມີໜ້າທີ່ເບິ່ງແຍງ ເສືອ ແລະ ສິງ ມີຄວາມຄຸ້ນເຄີຍກັບສັດເຫຼົ່ານີ້ເປັນຢ່າງດີ ບໍ່ເຄີຍຄາດຄິດວ່າເຫດການຈະເກີດຂຶ້ນເປັນເລື່ອງທີ່ໜ້າຕົກໃຈຫຼາຍ ພ້ອມຍັງລະບຸອີກວ່າ: ເຊິ່ງຕາມລະບຽບແລ້ວເຈົ້າໜ້າທີ່ທຸກຄົນຫ້າມລົງຈາກລົດ ແລະ ຈະຕ້ອງປະຕິບັດໜ້າທີ່ 2 ຄົນສະເໝີເພື່ອຊ່ວຍເຫຼືອກັນ.

ພາຍຫຼັງເກີດເຫດ ສວນສັດໄດ້ປິດໂຊນດັ່ງກ່າວຊົ່ວຄາວ ແລະ ນຳສິງທັງໝົດເຂົ້າກົງຂັງ ພ້ອມຢືນຢັນມີມາດຕະການດູແລນັກທ່ອງທ່ຽວຢ່າງເຂັ້ມງວດ ແລະ ລະບຸວ່າຕະຫຼອດ 40 ປີທີ່ໄດ້ເປີດກິດຈະການຜ່ານມາ, ບໍ່ເຄີຍເກີດເຫດການແບບນີ້ມາກ່ອນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...