spot_img
Homeຂ່າວການຮ່ວມມືສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

Published on

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ ໃນເຂດປ່າໄມ້ຂອງລາວ ແລະ ຍັງເປັນແຮງຈູງໃຈໃຫ້ນັກທຸລະກິດພາກເອກະຊົນຂະໜາດນ້ອຍ ແລະ ກາງມາລົງທຶນ ໃນເຂດອຸທິຍານ ແລະ ປ່າສະຫງວນ ແລະ ເປັນການປະກອບສ່ວນໃຫ້ແກ່ການປົກປັກຮັກສາສິ່ງແວດລ້ອມ ແລະ ເສີມສ້າງຄວາມຮ່ວມມືທາງດ້ານເສດຖະກິດກັບຊຸມຊົນ.

ການປະກາດເຜີຍແຜ່ ຂໍ້ຕົກລົງການທ່ອງທ່ຽວໃນເຂດປ່າໄມ້ໃນມື້ນີ້ ໄດ້ເປັນແນວທາງໃຫ້ຮູ້ໄດ້ວ່າພາກເອກະຊົນ, ຊຸມຊົນ ແລະ ເຂດປ່າໄມ້ຊຶ່ງລວມທັງເຂດອຸທິຍານແຫ່ງຊາດ, ເຂດປ່າສະຫງວນ ແລະ ປ່າປ້ອງກັນສາມາດເຮັດວຽກຮ່ວມກັນໃນການ ພັດທະນາການທ່ອງທ່ຽວທຳມະຊາດ ທີ່ສາມາດສ້າງລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ, ສະໜອງງົບປະມານທີ່ຍືນຍົງ ເພື່ອການອະນຸລັກ ແລະ ສ້າງເປັນແຫລ່ງທ່ອງທ່ຽວທີ່ມີຄຸນະພາບສູງ ເພື່ອເປັນຜົນປະໂຫຍດຕໍ່ນັກທ່ອງທ່ຽວ ແລະ ພາກເອກະຊົນ ໄດ້ແນວໃດ.

ນອກຈາກ ການປະກາດເຜີຍແຜ່ຂໍ້ຕົກລົງດັ່ງກ່າວໃນມື້ນີ້ແລ້ວ, ຍັງລວມມີການເຜີຍແຜ່ເອກະສານຄູ່ມືເຊີນຊວນການລົງທຶນ ຂອງ 8 ເຂດອຸທິຍານ ແລະ ປ່າສະຫງວນ ຢ່າງເປັນທາງການນຳອີກດ້ວຍ, ຊຶ່ງເອກະສານດັ່ງກ່າວ ໄດ້ສະແດງໃຫ້ເຫັນໄດ້ເຖິງເຂດໃດທີ່ພາກເອກະຊົນສາມາດພັດທະນາ ແລະ ຄຸ້ມຄອງບໍລິຫານຈັດການເຂດແຫລ່ງທ່ອງທ່ຽວທຳມະຊາດ ຮ່ວມກັບຊຸມຊົນ ແລະ ກອງຄຸ້ມຄອງປ່າໄມ້ໄດ້. ຄູ່ມືເຊີນຊວນການລົງທຶນເຫລົ່ານີ້ໄດ້ເປັນແຫລ່ງຂໍ້ມູນທີ່ດີເລີດ ເພື່ອການລົງທຶນພັດທະນາ ເຂດແຫລ່ງທ່ອງທ່ຽວທີ່ດີເລີດ ໃນ ສປປ ລາວ ຮ່ວມກັບຊຸມຊົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ. ຄູ່ມືເຊີນຊວນການລົງທຶນ ທ່ານຍັງສາມາດຫາໄດ້ທາງອອນລາຍໃນ laoparks.la.

ເພື່ອສະໜັບສະໜູນໃຫ້ແກ່ ຂໍ້ຕົກລົງວ່າດ້ວຍການທ່ອງທ່ຽວໃນເຂດປ່າໄມ້ ແລະ ຄູ່ມືເຊີນຊວນການລົງທຶນທ່ອງທ່ຽວ ແລະ ເພື່ອເປັນການດຶງດູດນັກລົງທຶນ, ໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຂອງກົມປ່າໄມ້ຍັງໄດ້ ປະກາດເປີດໂຕກອງທຶນຊຸກຍູ້ສົ່ງເສີມທຸລະກິດການທ່ອງທ່ຽວທຳມະຊາດຈຸລະພາກ, ຂະໜາດນ້ອຍ ແລະ ກາງ(MSMEs) ທີ່ໄດ້ຮັບທຶນສະໜັບສະໜູນ ຈາກທະນາຄານໂລກນຳອີກດ້ວຍ. ກອງທຶນດັ່ງກ່າວ, ຈະຊ່ວຍໃນການພັດທະນາຜະລິດຕະພັນ, ການຝຶກອົບຮົມທີ່ຈຳເປັນໃຫ້ກັບຜູ້ບໍລິຫານ ແລະ ພະນັກງານ ຂອງບັນດາບໍລິສັດທ່ອງທ່ຽວທຳມະຊາດ ແລະ ສະໜອງງົບປະມານ ສຳລັບໂຄງລ່າງພື້ນຖານສາທາລະນະຂະໜາດນ້ອຍ, ການຕະຫລາດ ແລະ ດ້ານອື່ນໆ ຂອງການພັດທະນາການທ່ອງທ່ຽວ.

ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ “ ສປປ ລາວ ພວມກໍາລັງພັດທະນາການທ່ອງທ່ຽວທຳມະຊາດແບບຍືນຍົງ ໂດຍການຂັບເຄື່ອນຂອງພາກເອກະຊົນ ຊຶ່ງເປັນໜຶ່ງໃນເສົາຫລັກ ຂອງແຜນພັດທະນາເສຖະກິດແຫ່ງຊາດ ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ”. ການພັດທະນາການທ່ອງທ່ຽວ ໂດຍພາກເອກະຊົນທີ່ມີລະບຽບການຄຸ້ມຄອງທີ່ເຂັ້ມງວດຈະກໍ່ໃຫ້ເກີດຜົນປະໂຫຍດຢ່າງຫລວງຫລາຍໃຫ້ກັບປະຊາຊົນໃນພື້ນທີ່ປ່າໄມ້ ທັງໃນດ້ານວຽກເຮັດງານທຳ ແລະ ແຫຼ່ງລາຍໄດ້, ເປັນແຮງຈູງໃຈທາງດ້ານເສດຖະກິດໃຫ້ພວກເຂົາເອົາໃຈໃສ່ໃນການອະນຸລັກຊີວະນາໆພັນ ແລະ ຄວາມອຸດົມສົມບູນຂອງທໍາມະຊາດ ”.

ພ້ອມກັນ​ນີ້,​ ຍັງ​ມີ​ ທ່ານ ນາງ ສວນສະຫວັນ ວິຍະເກດ​ ລັດຖະມົນຕີ​ ​ກະຊວງ​ວັທະນະທຳ ແລະ ການທ່ອງທ່ຽວ,  ທ່ານ Nick Ray, ນັກ​ຂຽນ​ປຶ້ມ​ຄູ່​ມື Lonely Planet ສຳ​ລັບ​ປະເທດກຳປູ​ເຈຍ, ລາວ ​ແລະ ຫວຽດນາມ, ​ຊຶ່ງໄດ້ໃຫ້ ຂໍ້ມູນ ​ສະພາບ​ລວມດ້ານ​ຄຸນຄ່າຂອງ​ການທ່ອງທ່ຽວ​ທຳ​ມະ​ຊາດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ແລະ ທ່ານ ອິນທີ ເດືອນສະຫວັນ ປະທານ​ສະມາຄົມ​ທ່ອງ​ທ່ຽວ​ລາວ, ຊຶ່ງໄດ້​ໃຫ້​ລາຍລະອຽດກ່ຽວກັບໂອກາດການລົງທຶນບາງສ່ວນທີ່ມີຢູ່ໃນ 8 ເຂດປ່າສະຫງວນ.

ທ່ານ ຄິວມາ ເອັນທິຣາ, ຜູ້ຈັດການທະນາຄານໂລກປະຈຳ ສປປ ລາວ, ໄດ້ອະທິບາຍເຖິງ ຜົນຈາກສະໜັບສະໜູນທາງດ້ານການເງິນຂອງທະນາຄານໂລກພາຍໃຕ້ໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ທີ່ໄດ້ມີລະບຽບການໃໝ່ນີ້ອອກມາ ວ່າ “ພາຍໃຕ້ ກອງທຶນຊຸກຍູ້ ສົ່ງເສີມທຸລະກິດການທ່ອງທ່ຽວ, ບໍລິສັດຕ່າງໆ ຈະສາມາດເຂົ້າເຖິງແຫລ່ງທຶນ ແລະ ການສະໜັບສະໜູນດ້ານເຕັກນິກວິຊາການ ເພື່ອພັດທະນາການທ່ອງທ່ຽວ ຊຶ່ງຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ ໃນເຂດພື້ນທີ່ ທີ່ມີຄວາມສວຍງາມທາງທໍາມະຊາດອັນໂດດເດັ່ນເຫຼົ່ານີ້, ຫາກວ່າບໍລິສັດເຫຼົ່ານັ້ນ ສາມາດປະຕິບັດໄດ້ ຕາມມາດຕະຖານທີ່ລັດຖະບານກໍານົດ ແລະ ພິສູດໃຫ້ເຫັນໄດ້ ເຖິງການປະຕິບັດໄດ້ທັງໝົດຕາມແຜນການ, ແນວທາງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງເຂດປ່າສະຫງວນ”

ກອງທຶນນີ້ແມ່ນມີເງິນທຶນສະໝັບສະໜູນຢູ່ສາມປະເພດຄື: ເງິນທຶນສະໝັບສະໜູນວຽກງານການວາງແຜນ ແລະ ການສຶກສາຄວາມເປັນໃປໄດ້, ກອງທຶນແຂ່ງຂັນທີ່ມີເປົ້າໝາຍເນັ້ນໃສ່ການລົງທຶນໃນເຂດພື້ນທີ່ສະເພາະ ທີ່ມີຄວາມສໍາຄັນເປັນບູລິມະສິດສູງ ແລະ ທຶນສົມທົບສໍາລັບການພັດທະນາຜະລິດຕະພັນ ແລະ ການຕະຫລາດ. ບັນດາບໍລິສັດທີ່ມີຄວາມສົນໃຈສາມາດ ຍື່ນຄໍາຮ້ອງຂໍ ຕາມເອກະສານຄູ່ມືເຊີນຊວນການລົງທຶນທີ່ກົມປ່າໄມ້ໄດ້ຈັດພິມສຳລັບແຕ່ລະເຂດທັງ 8 ເຂດຄື: ເຂດອຸທິຍານແຫ່ງຊາດຫີນໜາມໜໍ່, ນໍ້າແອັດ-ພູເລີຍ, ນາກາຍ-ນໍ້າເທີນ, ພູຫີນປູນ ແລະ ເຂດປ່າສະຫງວນແຫ່ງຊາດຂຸນເຊໜອງມ້າ, ລະວິງ-ລະເວີນ ແລະ ຍອດນໍ້າໂມ້-ພູສາມສຸມ.

ທະນາຄານໂລກ ຄາດຄະເນວ່າການທ່ອງທ່ຽວທຳມະຊາດສາມາດເຕີບໂຕ ຈົນອາດສາມາດສ້າງລາຍໄດ້ປະມານ 10% ຂອງ GDP ແລະ ສ້າງວຽກເຮັດງານທຳ ໃນລາວໄດ້ເຖິງ 10%. ໂຄງ​ການ​ນີ້ ​ມີ​ຈຸດ​ປະ​ສົງ​ເພື່ອ​ສ້າງ​ວຽກເຮັດ-ງານທຳ​ໃຫ້ກັບ​ແມ່​ຍິງເຖິງ 75,000 ຄົນ.

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...