spot_img
Homeຂ່າວຕ່າງປະເທດຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

Published on

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen Thi Tuyet Chinh) ອາຍຸ 40 ປີ, ເຈົ້າຂອງຄລີນິກທັນຕະແພດ Tuyet Chinh, ໃນຂໍ້ຫາ ທຳຮ້າຍຮ່າງກາຍ ແລະ ທໍາລາຍຊັບສິນຜຸ້ອື່ນ.

ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 3 ກັນຍາ 2025 ທີ່ຜ່ານມາ, ເຊິ່ງຜູ້ເສຍຫາຍຊື່ ນາງ ຫວຽນ ຖິ ຕຽນ ເທົາ (31 ປີ) ໄດ້ເດີນທາງມາທີ່ຄລີນິກເພື່ອຮ້ອງຮຽນບັນຫາຫຼັງງຈາກການດັດແຂ້ວ, ແຕ່ໄດ້ມີການໂຕ້ຖຽງກັນຢ່າງຮຸນແຮງ, ຜູ້ເສຍຫາຍຈຶ່ງໄດ້ຈົກໂທລະສັບຂຶ້ນມາ ເພື່ອບັນທຶກເຫດການໄວ້ ແຕ່ເຈົ້າຂອງຄລີນິກບໍ່ພໍໃຈ ຈຶ່ງໄດ້ຈັບເອົາໂທລະສັບຂອງຜູ້ເສຍຫາຍດຶກຖິ້ມ ແລ້ວຂົ່ມຂູ່ດ້ວຍໄມ້ກັນເທົ້າພ້ອມທັງທຳຮ້າຍຮ່າງກາຍເຮັດໃຫ້ຜູ້ເສຍຫາຍຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໂດຍມີອາການເຈັບຄໍ, ບ່າ, ແຂນ ແລະ ຫົວ.

ເຈົ້າໜ້າທີ່ໄດ້ເຂົ້າກັກໂຕໂຕ ເຈົ້າຂອງຄລີນິກ ເມື່ອວັນທີ 11 ກັນຍາ 2025 ເພື່ອດຳເນີນຄະດີໃນຂໍ້ຫາ ກໍ່ຄວາມວຸ້ນວາຍຕໍ່ສາທາລະນະ. ນອກຈາກນີ້, ກະຊວງສາທາລະນະສຸກຫວຽດນາມ ໄດ້ສັ່ງກວດສອບຄລີນິກທັນຕະແພດດັ່ງກ່າວ ແລະ ພົບເຫັນຂໍ້ຜິດພາດຫຼາຍຢ່າງເຊັ່ນ: ເຄື່ອງມືອຸປະກອນບໍ່ໄດ້ມາດຕະຖານ, ພະນັກງານໃນຄລິນິກບໍ່ມີໃບອະນຸຍາດຄົບຖ້ວນ ແລະ ມີການໂຄສະນາເກີນຈິງ. ເບື້ອງຕົ້ນ, ຄລີນິກດັ່ງກ່າວຖືກ ສັ່ງປິດຊົ່ວຄາວ ໃນຂະນະລໍຖ້າການສືບສວນ.

ແຫຼ່ງຂໍ້ມູນ: VietnamNet.vn

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...