spot_img
Homeຂ່າວນໍ້າຖ້ວມລັດອະນຸມັດ 200 ລ້ານ ຊ່ວຍຜູ້ປະສົບໄພນ້ຳຖ້ວມເບື້ອງຕົ້ນ ຢູ່ແຂວງຫຼວງພະບາງ

ລັດອະນຸມັດ 200 ລ້ານ ຊ່ວຍຜູ້ປະສົບໄພນ້ຳຖ້ວມເບື້ອງຕົ້ນ ຢູ່ແຂວງຫຼວງພະບາງ

Published on

ລັດຖະບານໄດ້​ອະນຸມັດ​ງົບປະມານ 200 ລ້ານ​ກວ່າ​ກີບ ເພື່ອ​ຊ່ວຍເຫຼືອ​ເບື້ອງ​ຕົ້ນ​ໃຫ້​ແກ່​ປະຊາຊົນ​ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢູ່​ແຂວງ​ຫຼວງ​ພະ​ບາງ ແລະ ຍັງ​ຈະ​ສືບຕໍ່​ຊ່ວຍເຫຼືອ​ເພີ່ມ​ຕື່ມ ຂະນະ​ທີ່​ຜູ້​ປະສົບ​ໄພ​ນ້ຳ​ຖ້ວມ ຍັງ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ເຂົ້າສານອາຫານ​ແຫ້ງ ແລະ ນ້ຳ​ດື່ມ.

ທ່ານ ປະສົງ ວົງ​ຄຳ​ຈັນ ຫົວໜ້າ​ກົມ​ສັງຄົມ​ສົງເຄາະ ໄດ້​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 24 ສິງຫາ​ນີ້​ວ່າ: ໃນ​ໄລຍະ​ຜ່ານ​ມາ​ ໄດ້​ເກີດ​ມີ​ຝົນ​ໜັກ​ຕິດຕໍ່​ກັນ​ຫຼາຍ​ວັນ ສົ່ງ​ຜົນ​ເຮັດ​ໃຫ້​ແມ່ນ້ຳ​ສາຍ​ຕ່າງໆ​ຍຶ່ງ​ຂຶ້ນ​ຖ້ວມ​ບ້ານ ເຮືອນ ແລະ ເນື້ອທີ່​ການ​ຜະລິດ​ຂອງ​ປະຊາຊົນ​ເສຍ​ຫາຍ​ເປັນ​ບໍລິເວນ​ກວ້າງ ຢູ່​ບັນດາ​ແຂວງ​ພາກ​ເໜືອ ຕາມ​ການ​ສຳ​ຫຼວດ​ເບື້ອງ​ຕົ້ນ ມີ​ແຂວງ​ໄຊ​ຍະ​ບູ​ລີ ຫຼວງ​ພະ​ບາງ ອຸດົມ​ໄຊ ບໍ່​ແກ້ວ ຊຽງ​ຂວາງ ຜົ້ງ​ສາລີ ແລະ ໄຊ​ສົມບູນ ໃນ​ນັ້ນ ແຂວງ​ຫຼວງ​ພະ​ບາງ ໄດ້​ຮັບ​ຜົນ​ກະທົບ​ໜັກ​ກວ່າ​ໝູ່ (ນ້ຳ​ຖ້ວມ 12 ເມືອງໃນທົ່ວ​ແຂວງ) ເຊິ່ງ​ນ້ຳ​ໄດ້​ຖ້ວມ​ຊຸ​ຢ່າງ​ກະທັນຫັນ​ຢູ່ 100 ບ້ານ 3.159 ຄອບຄົວ ເຮືອນ​ຖືກ​ນ້ຳ​ຖ້ວມ 257 ຫຼັງ ເປ່​ເພ 60 ກວ່າ​ຫຼັງ ຖືກ​ນ້ຳ​ຊຸ​ໄຫຼ​ໄປ 22 ຫຼັງ ເສັ້ນທາງ​ຫຼວງ​ແຫ່ງ​ຊາດ ເລກ​ທີ 13 ເໜືອ​ຖືກ​ເປ່​ເພ 11 ຈຸດ ເສັ້ນທາງ​ຫຼວງ​ທ້ອງຖິ່ນ 57 ເສັ້ນ ຖືກ​ຕັດຂາດ ຂົວ 16 ແຫ່ງ ໃນ​ນັ້ນ ຂົວ​ເບ​ຕົງ 5 ແຫ່ງ ແລະ ຂົວ​ອູ່ 8 ແຫ່ງ ຖືກ​ພັດ​ໄຫຼ ສ່ວນ​ໂຮງຮຽນ 4 ຫຼັງ ແລະ ສຸກສາລາ 2 ຫຼັງ ຊົນລະປະທານ 27 ແຫ່ງ ຄອງເໝືອງ 41 ຈຸດ ຍາວ 733 ແມັດ ຖືກ​ທຳລາຍ ນອກ​ນັ້ນ ຍັງ​ມີ​ເນື້ອທີ່​ທຳ​ການ​ຜະລິດ​ເສຍ​ຫາຍ ໂດຍ​ສະເພາະ​ແມ່ນ​ເນື້ອທີ່​ນາ 187,44 ເຮັກຕາ ໄຮ່ 9 ເຮັກຕາ ສວນ​ໄມ້​ໃຫ້​ໝາກ 88 ເຮັກຕາ ພ້ອມ​ນັ້ນ ຍັງ​ມີ​ຜູ້​ເສຍ​ຊີວິດ​ຈາກ​ໄພ​ນ້ຳ​ຖ້ວມ​ດັ່ງກ່າວ 2 ຄົນ.

ຕໍ່​ບັນຫາ​ດັ່ງກ່າວ ລັດຖະບານກໍ່​ຄືກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ໄດ້​ສະໜອງ​ງົບປະມານ 200 ລ້ານ​ກີບ ຊ່ວຍເຫຼືອ​ເບື້ອງ​ຕົ້ນແກ່​ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຢູ່​ແຂວງ​ຫຼວງ​ພະ​ບາງ ເຖິງ​ຢ່າງໃດ​ກໍ່​ຕາມ ກະຊວງ​ແຮງ​ງານ ແລະ ສະຫວັດດີ​ການ-ສັງຄົມ ຍັງ​ຈະ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ​ແກ່ປະຊາຊົນ​ຢູ່​ບັນດາ​ແຂວງ​ຕ່າງໆ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ດັ່ງກ່າວ​ກັບ​ຄືນ​ສູ່​ສະພາບ​ປົກກະຕິ

 

ຂ່າວຈາກ: ໜັງສືພິມວຽງຈັນໃໝ່
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...