spot_img
Homeຂ່າວພາຍ​ໃນລັດຖະບານ ແກ້ໄຂໜີ້ສິນໂຄງການ ແລະ ພັນທະບັດໄດ້ 7 ຮ້ອຍຕື້ກີບ

ລັດຖະບານ ແກ້ໄຂໜີ້ສິນໂຄງການ ແລະ ພັນທະບັດໄດ້ 7 ຮ້ອຍຕື້ກີບ

Published on

ໜັງສືພິມເສດຖະກິດ-ສັງຄົມ ລາຍງານເມື່ອວັນທີ 26 ເມສາ 2017 ວ່າ ໃນໄລຍະ 6 ເດືອນຜ່ານມາ ຊຶ່ງເປັນໄລຍະເວລາທີ່ປະຕິບັດແຜນ 3 ເດືອນຂ້າມຜ່ານທ້າຍປີ 2016 ແລະເລີ່ມປີງົບປະມານ 2017 ງວດທີ 1 ຕາມປີປະຕິ ທິນລັດຖະບານໄດ້ປະຕິບັດຫຼາຍວຽກງານສໍາຄັນ ໂດຍໄດ້ຄຸ້ມຄອງເສດຖະກິດມະຫະພາກໃຫ້ມີສະຖຽນລະພາບ ແລະໝັ້ນທ່ຽງ ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວບໍ່ຫຼຸດ 7%, ປັບປຸງການຄຸ້ມຄອງລະບົບການເງິນງົບປະມານໃຫ້ເຂັ້ມງວດຂຶ້ນ, ທີ່ພົ້ນເດັ່ນກວ່າໝູ່ແມ່ນໄດ້ອະນຸມັດງົບປະມານ 4 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ສິນໂຄງການການລົງທຶນຂອງລັດ ແລະ 3 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ພັນທະບັດ ເພື່ອ ສ້າງເງື່ອນໄຂໃຫ້ພາກທຸລະກິດສືບຕໍ່ ເຄື່ອນໄຫວວຽກ ງານຂອງຕົນ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 25 ເມສາ 2017 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນຮູ້ວ່າ: ການຈັດຕັ້ງ ປະຕິບັດແຜນວຽກຈຸດສຸມໃນໄລຍະ 6 ເດືອນຜ່ານມາ, ລັດຖະບານໄດ້ຄຸ້ມຄອງເສດຖະກິດມະຫະພາກໃຫ້ມີສະຖຽນລະ ພາບ ແລະໝັ້ນທ່ຽງ ໂດຍປັບປຸງນະໂຍບາຍ ແລະນິຕິກໍາໃຫ້ສອດຄ່ອງ ແລະກົມກຽວ ເພື່ອສ້າງເງື່ອນໄຂອໍານວຍຊຸກຍູ້ ໃຫ້ເສດຖະກິດຂະຫຍາຍຕົວໃນລະດັບບໍ່ຫຼຸດ 7%, ໄດ້ປັບປຸງການຄຸ້ມຄອງລະບົບການເງິນງົບປະມານໃຫ້ເຂັ້ມງວດຂຶ້ນ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານງົບປະມານ ໂດຍຊຸກຍູ້ສົ່ງເສີມການຫັນກົນໄກການເກັບລາຍຮັບໃຫ້ເຂົ້າສູ່ລະບົບທັນສະໄໝ ແລະໂປ່ງໃສ ພ້ອມທັງເຂັ້ມງວດການຕິດຕາມກວດກາເກັບ ກໍາສໍາຫຼວດຖານລາຍຮັບ ເພື່ອກໍາຈັດການຮົ່ວໄຫຼຂອງລາຍຮັບງົບປະມານ, ໄດ້ເອົາໃຈໃສ່ຄຸ້ມຄອງການປະຕິບັດແຜນງົບປະມານ ແລະແຜນລາຍ ຈ່າຍໃຫ້ມີປະສິດທິຜົນ ພ້ອມທັງມີຄວາມເຂັ້ມງວດຕໍ່ການປະຕິບັດໂຄງການນອກແຜນ, ຄຽງຄູ່ກັນນັ້ນກໍໄດ້ຈັດຕັ້ງປະຕິ ບັດນະໂຍບາຍປະຢັດ ແລະຕ້ານການຟຸມເຟືອຍໃຫ້ເປັນຮູບປະທໍາ.
ນອກນີ້ ຍັງໄດ້ຄຸ້ມຄອງເງິນຕາໃຫ້ມີ ສະຖຽນລະພາບ ສືບຕໍ່ປະຕິບັດນະໂຍບາຍດອກເບ້ຍຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງດັດສົມຂອງລັດ, ກໍານົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ຢ່າງເໝາະສົມ ເພື່ອສ້າງເງື່ອນໄຂໃຫ້ ພາກທຸລະກິດ ກໍຄືຜູ້ປະກອບການໃນການເຄື່ອນໄຫວຜະລິດທຸລະກິດ, ໄດ້ອະນຸມັດງົບປະມານ 4 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ສິນໂຄງການການລົງທຶນຂອງລັດ ແລະ 3 ຮ້ອຍຕື້ກີບ ເພື່ອແກ້ໄຂໜີ້ພັນທະບັດ ເພື່ອສ້າງເງື່ອນໄຂໃຫ້ພາກທຸລະກິດສືບຕໍ່ເຄື່ອນໄຫວວຽກງານຂອງຕົນ, ການແກ້ໄຂໜີ້ສິນດັ່ງກ່າວ ເຖິງຈະບໍ່ສາມາດ ຕອບສະໜອງໄດ້ໝົດຕາມຄວາມຕ້ອງ ການທາງດ້ານທຶນຮອນຂອງຜູ້ປະກອບ ການທີ່ໄດ້ລົງທຶນໄປແລ້ວນັ້ນກໍຕາມ, ແຕ່ກໍ່ເປັນສັນຍານທີ່ດີໃຫ້ແກ່ພາກທຸລະກິດທາງດ້ານກໍາລັງໃຈ, ພ້ອມນີ້ ລັດຖະບານກໍສືບຕໍ່ຄົ້ນຄວ້າ ແລະ ຈັດຫາແຫຼ່ງງົບປະມານ ເພື່ອສືບຕໍ່ແກ້ໄຂໜີ້ສິນຢ່າງເອົາຈິງເອົາຈັງ, ໄດ້ທົບທວນ ແລະ ກວດກາຄືນບັນດາໂຄງການສະເໜີລົງທຶນໃໝ່ ທີ່ຕ້ອງການທຶນກູ້ຢືມຈໍານວນຫຼາຍ ເພື່ອເບິ່ງຄວາມສົມເຫດສົມຜົນ ແລະປະສິດທິຜົນ ຂອງໂຄງການ.
ໄດ້ກະກຽມດໍາເນີນການຄົ້ນຄວ້າເພື່ອ ປັບປຸງລັດວິສາຫະກິດຈໍານວນໜຶ່ງ ຊຶ່ງເປັນລັດວິສາຫະກິດຂະໜາດໃຫຍ່ ແລະມີລັກສະນະຍຸດທະສາດຄຽງຄູ່ກັນນີ້ກໍສືບຕໍ່ກະກຽມປັບປຸງບັນດາວິສາຫະກິດທີ່ດໍາເນີນທຸລະກິດຂາດປະສິດທິຜົນເປັນແຕ່ລະບໍລິສັດໄປຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫ່ຍ ຊຶ່ງປະກອບສ່ວນສູງຕໍ່ການພັດທະນາເຊັ່ນ: ໂຄງການທາງລົດໄຟລາວຈີນ, ໂຄງການຂະຫຍາຍທາງລົດໄຟລາວໄທ ແລະໂຄງການອື່ນໆ,ເອົາໃຈໃສ່ຕໍ່ວຽກງານຂຸດຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດ ແລະປົກປັກຮັກສາສິ່ງແວດ ລ້ອມ, ປັບປຸງກົນໄກບໍລິຫານລັດໃຫ້ກະທັດຮັດ, ໜັກແໜ້ນແລະກົມກຽວກັນຫຼາຍຂຶ້ນ.
ຜ່ານການປະຕິບັດວຽກງານຈຸດສຸມ ທີ່ກ່າວມານັ້ນ, ລັດຖະບານໄດ້ຕີລາຄາ ແລະຄິດໄລ່ການເຕີບໂຕຂອງເສດຖະກິດແຫ່ງຊາດ ຕາມປີປະຕິທິນໝົດປີ2016 ເຫັນວ່າ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 7,02% ຫຼືມີມູນຄ່າ 129.279 ຕື້ກິບ, ສ່ວນ GDP ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 2.408ໂດລາສະຫະລັດ (ຈໍານວນພົນລະເມືອງ 6,6 ລ້ານ ຄົນ), ຄອບຄົວທຸກຍາກໄດ້ຫຼຸດລົງຈາກ 6,59% ໃນປີ 2015, ຍັງເຫຼືອ 6,3% ໃນປີ 2016 ຂອງຄອບຄົວທັງໝົດ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...